ພາສາລາວ

ນັກຮຽນມັດທະຍົມຈາກລັດວໍຊິງຕັນອາເມຣິກາເດີນທາງໄປແລກປ່ຽນຢູ່ຈີນ

cri2024-03-18 14:56:31
Share
Share this with Close
Messenger Pinterest LinkedIn

ວັນທີ 16 ມີນານີ້, ຄະນະນັກຮຽນມັດທະຍົມຈາກລັດວໍຊິງຕັນອາເມຣິກາໄປແລກປ່ຽນຢູ່ຈີນທີ່ຈັດຕັ້ງໂດຍ “ສະມາຄົມການແລກປ່ຽນລະຫວ່າງນັກຮຽນຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ” ໄດ້ເດີນທາງຈາກນະຄອນຊານຟຣານຊິສໂກ, ເລີ່ມການຢ້ຽມຢາມຈີນເປັນເວລາ 11 ວັນ.

ໃນເດືອນພະຈິກປີ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາໄສໃນງານລ້ຽງຕ້ອນຮັບທີ່ຈັດຂຶ້ນໂດຍຄະນະມິດຕະພາບອາເມຣິກາຢູ່ນະຄອນຊານຟຣານຊິສໂກວ່າ: ຈີນຍິນດີເຊີນຊາວໜຸ່ມເຍົາວະຊົນອາເມຣິກາ 50.000 ຄົນໄປແລກປ່ຽນ ແລະທັດສະນະສຶກສາຢູ່ຈີນໃນ 5 ປີຂ້າງໜ້າ.

ທ່ານໂຈ່ວສູ້ຊີ ປະທານຮ່ວມຂອງສະມາຄົມການແລກປ່ຽນລະຫວ່າງນັກຮຽນຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນແນະນຳໃຫ້ຮູ້ວ່າ: ນັກຮຽນມັດທະຍົມອາເມຣິກາຈະຢ້ຽມຢາມນະຄອນຫຼວງປັກກິ່ງ, ນະຄອນກວາງໂຈ່ວ, ນະຄອນເສິ່ນເຈິ້ນ, ພູອູຕັ່ງແຂວງຫູເປີຍ ແລະອື່ນໆ, ພ້ອມທັງຢ້ຽມຢາມໂຮງຮຽນຫຼາຍແຫ່ງ ເພື່ອແລກປ່ຽນຢ່າງເລິກເຊິ່ງກັບຊາວໜຸ່ມເຍົາວະຊົນຂອງຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn