ພາສາລາວ

ການແຕ່ງຕັ້ງອະດີດພົນໂທກອງປ້ອງກັນຕົນເອງເປັນເຈົ້າອາວາດວັດຢາຊູກູນິແມ່ນການລະເມີດລັດຖະທຳມະນູນສັນຕິພາບຍີ່ປຸ່ນ

cri2024-03-17 14:46:35
Share
Share this with Close
Messenger Pinterest LinkedIn

ຕາມການລາຍງານຂອງຂ່າວສານ Jiji ຍີ່ປຸ່ນ, ເຈົ້າໜ້າທີ່ວັດຢາຊູກູນິຍີ່ປຸ່ນໄດ້ປະກາດໃນວັນທີ 15 ມີນານີ້ວ່າ, ທ່ານ ໂອຊູກະ ໄຄໂອ (Otsuka Kaio) ອະດີດ ພົນໂທທາງທະເລຂອງກອງປ້ອງກັນຕົນເອງຍີ່ປຸ່ນ ຈະດຳລົງຕຳແໜ່ງເປັນເຈົ້າອາວາດລຸ້ນທີ 14 ຂອງວັດຢາຊູກູນິໃນວັນທີ 1 ເມສາໜ້ານີ້. ຕາມຂ່າວແຈ້ງວ່າ, ນີ້ແມ່ນເທື່ອທຳອິດທີ່ມີຜູ້ເປັນອະດີດນາຍພົນໃນກອງປ້ອງກັນຕົນເອງ ໄດ້ຮັບການແຕ່ງຕັ້ງເປັນເຈົ້າອາວາດຂອງວັດຢາຊູກູນິ. ນັກວິຊາການຍີ່ປຸ່ນກ່າວວ່າ, ການກະທຳທີ່ນິຍົມລັດທິຂຸນເສິກແບບນີ້ ເປັນການຢຽບຍ່ຳລັດຖະທຳມະນູນສັນຕິພາບຂອງຍີ່ປຸ່ນ.

ທ່ານຕາກາຊິ ອີຊີດາ (Takashi Ishida), ນັກປະຫວັດສາດ ທີ່ຄົ້ນຄວ້າ ປະຫວັດສາດຍີ່ປຸ່ນໃນສະໄໝປັດຈຸບັນ ແລະປະຫວັດສາດການຮຸກຮານ ຈີນຂອງຍີ່ປຸ່ນ, ນັກຄົ້ນຄວ້າຂອງສະຖາບັນສັນຕິພາບສາກົນຂອງມະຫາວິທະຍາໄລ ເມີຍຈີ ກາຄູອິນ (Meiji Gakuin University) ກ່າວຕໍ່ນັກຂ່າວວ່າ, ການແຕ່ງຕັ້ງອະດີດພົນໂທກອງປ້ອງກັນຕົນເອງຍີ່ປຸ່ນເປັນເຈົ້າອາວາດວັດຢາຊູກູນິແມ່ນ ການປະຕິເສດຢ່າງຮອບດ້ານຕໍ່ຜົນການຕັດສິນໂຕກຽວ. ການສະແດງການນິຍົມລັດທິຂຸນເສິກທີ່ບັງອາດແບບນີ້, ແມ່ນການກະທຳອັນໂຫດຮ້າຍທີ່ປະຕິເສດ ຫຼັກການພື້ນຖານແຫ່ງການຕັດຂາດຈາກລັດທິຂຸນເສິກ ຢ່າງສິ້ນເຊີງ, ແລະໄດ້ຝ່າຝືນຫຼັກການແຍກ ການເມືອງກັບສາສະໜາ (ວັດຢາຊູກູນິ) ທີ່ຍີ່ປຸ່ນປະຕິບັດພາຍຫຼັງສົງຄາມໂລກຄັ້ງທີ 2, ເປັນການຢຽບຢ່ຳລັດຖະທຳມະນູນສັນຕິພາບຍີ່ປຸ່ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ, ປະກອບສ່ວນອັນໃໝ່ເຂົ້າໃນການແກ້ໄຂມົນລະພິດດ້ານພລາສຕິກໃນທົ່ວໂລກ

123全文 3 下一页

Share this story on

Messenger Pinterest LinkedIn