ພາສາລາວ

EU ວາງແຜນການກະສິກຳໃໝ່ເພື່ອຮັບມືກັບການປະທ້ວງຂອງຊາວກະສິກອນ

cri2024-03-17 14:45:31
Share
Share this with Close
Messenger Pinterest LinkedIn

ເນື່ອງຈາກຄວາມກົດດັນທີ່ຊາວກະສິກອນເອີຣົບແຫ່ຂະບວນປະທ້ວງຢູ່ຕາມຖະໜົນຕ່າງໆເປັນເວລາຫລາຍອາທິດຢ່າງຕໍ່ເນື່ອງ, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ແຜນການສະບັບດັດແກ້ຂອງ “ນະໂຍບາຍກະສິກຳທົ່ວໄປ” ຂອງສະຫະພາບເອີຣົບຢ່າງເປັນທາງການໃນຕອນຄ່ຳວັນທີ 15 ມີນານີ້. ໂດຍຈະອະນຸຍາດໃຫ້ປະເທດສະມາຊິກຕ່າງໆຜ່ອນຄາຍມາດຕະຖານໃນດ້ານການອະນຸລັກສິ່ງແວດລ້ອມ ເພື່ອໃຫ້ຊາວກະສິກອນປະເທດຕົນໄດ້ຮັບເງິນອຸດໜູນຈາກສະຫະພາບເອີຣົບ.

ແຜນການສະບັບດັດແກ້ດັ່ງກ່າວ ຍັງຕ້ອງໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກສະຫະພາບເອີຣົບ ແລະ ການຮັບຮອງຈາກລັດຖະສະພາເອີຣົບ ຈຶ່ງຈະສຳເລັດຂັ້ນຕອນນິຕິບັນຍັດ. ທ່ານວົນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການໃນວັນທີ 15 ມີນານີ້, ໂດຍກ່າວວ່າ “ນະໂຍບາຍກະສິກຳຕ້ອງປັບຕົວເພື່ອສອດຄ່ອງກັບການປ່ຽນແປງຂອງສະພາບຕົວຈິງ” ແລະ ແຜນການສະບັບດັດແກ້ ແມ່ນ “ການຕອບສະໜອງໂດຍກົງຕໍ່ຄວາມຮຽກຮ້ອງຕ້ອງການຂອງອົງການຊາວກະສິກອນ” .

ໃນຫຼາຍອາທິດທີ່ຜ່ານມາ, ຢູ່ໂປໂລຍ, ແບນຊິກ, ຝຣັ່ງ, ແອັດສະປາຍ, ອີຕາລີແລະປະເທດສະຫະພາບເອີຣົບຕ່າງໆ, ຊາວກະສິກອນໄດ້ແຫ່ຂະບວນຢ່າງບໍ່ຂາດສາຍ, ເພື່ອປະທ້ວງຕໍ່ພາລະທີ່ເປັນແຮງກົດດັນຈາກ “ນະໂຍບາຍກະສິກຳທົ່ວໄປ”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn