ພາສາລາວ

ສະຫະພາບເອີຣົບເບີກງົບປະມານ 2 ຕື້ເອີໂຣເພື່ອເພີ່ມທະວີອຸດສາຫະກໍາປ້ອງກັນປະເທດ

CRI2024-03-17 13:58:38
Share
Share this with Close
Messenger Pinterest LinkedIn

ຄະນະກຳມາທິການສະຫະພາບເອີຣົບໄດ້ປະກາດໃນວັນທີ 15 ມີນານີ້ວ່າຈະເບີກງົບປະມານເກືອບ 2 ຕື້ເອີໂຣເພື່ອເພີ່ມທະວີເຕັກນິກປ້ອງກັນປະເທດ ແລະ ພື້ນຖານອຸດສາຫະກໍາຂອງເອີຣົບ.

ຄະນະກຳມາທິການສະຫະພາບເອີຣົບໄດ້ລະບຸໃນຖະແຫຼງການທີ່ເປີດເຜີຍໃນມື້ດຽວກັນວ່າ: ການເບີກງົບປະມານເທື່ອນີ້ລວມມີລາຍຈ່າຍ 500.000.000 ເອີໂຣເພື່ອເພີ່ມຈໍານວນການຜະລິດລູກລະເບີດຕໍ່ປີໃຫ້ສູງຂຶ້ນພາຍໃຕ້ຂອບ “ກົດໝາຍວ່າດ້ວຍການສະໜັບສະໜູນການຜະລິດລູກລະເບີດ”, ພ້ອມທັງຈະຄັດເລືອກ 31 ໂຄງການເພື່ອຊ່ວຍເຫຼືອອຸດສາຫະກໍາຂອງເອີຣົບເພີ່ມຈໍານວນການຜະລິດຂອງລູກລະເບີດ ແລະ ອາວຸດຍຸດໂທປະກອນທີ່ກວມເອົາ 5 ຂົງເຂດຄື: ໝື້ລະເບີດ, ລູກປືນໃຫຍ່, ລູກສອນໄຟນຳວິຖີ ກໍຄືການທົດລອງ ແລະ ສ້ອມແປງ, ໃນນັ້ນແມ່ນເນັ້ນໃສ່ສະໜັບສະໜູນຄວາມສາມາດການຜະລິດຕໍ່ປີຂອງໝື້ລະເບີດ.

ເມື່ອຕົ້ນເດືອນມີນານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ “ຍຸດທະສາດອຸດສາຫະກໍາປ້ອງກັນປະເທດເອີຣົບ” ສະບັບທໍາອິດຂອງສະຫະພາບເອີຣົບ ໂດຍໄດ້ກໍານົດວິໄສທັດໄລຍະຍາວກ່ຽວກັບການເພີ່ມທະວີຄວາມສາມາດດ້ານອຸດສາຫະກໍາປ້ອງກັນປະເທດຂອງເອີຣົບ. ເປົ້າໝາຍດ້ານຍຸດທະສາດດັ່ງກ່າວລວມມີ: ຮັບປະກັນໃຫ້ຍອດມູນຄ່າການຄ້າດ້ານການປ້ອງກັນປະເທດພາຍໃນສະຫະພາບເອີຣົບກວມເອົາຢ່າງໜ້ອຍ 35% ຂອງຍອດມູນຄ່າຕະຫຼາດດ້ານການປ້ອງກັນປະເທດຂອງສະຫະພາບເອີຣົບເມື່ອຮອດປີ 2030; ຊຸກຍູ້ຂະບວນການຈັດຊື້ເຄື່ອງອຸປະກອນດ້ານການປ້ອງກັນປະເທດທີ່ເອີຣົບຜະລິດເອງຢ່າງໝັ້ນທ່ຽງ, ເມື່ອຮອດປີ 2030, ໂຄຕາການຈັດຊື້ເຄື່ອງອຸປະກອນດ້ານການປ້ອງກັນປະເທດພາຍໃນສະຫະພາບເອີຣົບຢ່າງໜ້ອຍຕ້ອງບັນລຸ 50% ຂອງງົບປະມານການຈັດຊື້ດ້ານການປ້ອງກັນປະເທດ ແລະ ເມື່ອຮອດປີ 2035 ຕ້ອງເພີ່ມຂຶ້ນຮອດ 60%.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

123全文 3 下一页

Share this story on

Messenger Pinterest LinkedIn