“ປະຊາທິປະໄຕແບບອາເມຣິກາ” ໄດ້ກາຍເປັນ “ປະຊາທິປະໄຕແບບບໍ່ປົກກະຕິ”
ເປັນເວລາດົນນານມາແລ້ວ, ອາເມຣິກາມັກເຂົ້າກະຕ່າຍໍໂຕເອງວ່າເປັນປະເທດແບບຢ່າງດ້ານປະຊາທິປະໄຕ, ແຕ່ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມມືກັບມະຫາວິທະຍາໄລເຢີນມິນຈີນ ຈັດການສຳຫຼວດປະຊາມະຕິຕໍ່ປະຊາຊົນປະເທດຕ່າງໆໃນໂລກ ເຊິ່ງຜົນການສຳຫຼວດພັດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກສ່ວນໃຫຍ່ບໍ່ເຫັນດີນຳ “ປະຊາທິປະໄຕແບບອາເມຣິກາ”, ຜູ້ຕອບແບບສອບຖາທີ່ມີຈຳນວນເຖິງ 71,1% ເຫັນວ່າ: ລະບອບການເມືອງຂອງອາເມຣິກາມີຂໍ້ບົກຜ່ອງຢ່າງໜັກໜ່ອງ ເຊິ່ງຝືນກັບແນວຄິດໃຈກາງຂອງລະບອບປະຊາທິປະໄຕ; ຜູ້ຕອບແບບສອບຖາທີ່ມີຈຳນວນເຖິງ 70,4% ເຫັນວ່າ: ອາເມຣິກາບໍ່ແມ່ນ “ແບບຢ່າງດ້ານປະຊາທິປະໄຕ” ໃຫ້ແກ່ປະເທດອື່ນ, “ປະຊາທິປະໄຕແບບອາເມຣິກາ” ນັ້ນໄດ້ກາຍເປັນ “ປະຊາທິປະໄຕແບບບໍ່ປົກກະຕິ” ແລ້ວ.
ຕາມຂ່າວແຈ້ງວ່າ: ມີຜູ້ຕອບແບບສອບຖາມ 39.315 ຄົນທີ່ມາຈາກ 32 ປະເທດໃນທົ່ວໂລກໄດ້ເຂົ້າຮ່ວມການສຳຫຼວດປະຊາມະຕິ 3 ລາຍການທີ່ລວມທັງການສຳຫຼວດປະຊາມະຕິ “ຄວາມປະທັບໃຈກ່ຽວກັບອາເມຣິກາ”. ຜູ້ຕອບແບບສອບຖາມດັ່ງກ່າວລວມທັງປະຊາຊົນຂອງປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາທີ່ສຳຄັນໃນໂລກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ
ຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ, ປະກອບສ່ວນອັນໃໝ່ເຂົ້າໃນການແກ້ໄຂມົນລະພິດດ້ານພລາສຕິກໃນທົ່ວໂລກ