ພາສາລາວ

ຜູ້ຕາງໜ້າຈີນຮຽກຮ້ອງໃຫ້ສອງຝ່າຍປະທະກັນຣັດເຊຍ ແລະ ອູແກຣນຢຸດຍິງໂດຍໄວ ຈັດການເຈລະຈາເພື່ອສັນຕິພາບ

CRI2024-03-16 15:35:21
Share
Share this with Close
Messenger Pinterest LinkedIn

ວັນທີ 15 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດປະຕູກ່ຽວກັບສະຖານະການຣັດເຊຍ-ອູແກຣນ. ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ກ່ຽວກັບບັນຫາອູແກຣນ, ຈີນມີເຈດຈຳນົງມາໂດຍຕະຫຼອດວ່າ:ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆຄວນໄດ້ຮັບຄວາມເຄົາລົບ, ຈຸດປະສົງ ແລະ ຫຼັກການກົດບັດອົງການສະຫະປະຊາຊາດຄວນໄດ້ຮັບການປະຕິບັດ, ຄວາມສົນໃຈດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆຄວນໄດ້ຮັບການເອົາໃຈໃສ່, ຄວາມພະຍາຍາມທົງໝົດທີ່ມີຜົນດີຕໍ່ການແກ້ໄຂວິກິດການໂດຍສັນຕິຄວນໄດ້ຮັບການສະໜັບສະໜູນ.

ຈີນຮຽກຮ້ອງອີກເທື່ອໜຶ່ງໃຫ້ສອງຝ່າຍທີ່ປະທະກັນຈົ່ງສະແດງໃຫ້ເຫັນຄວາມປາດຖະໜາທາງການເມືອງ, ຢຸດຕິສົງຄາມໂດຍໄວ ຈັດການເຈລະຈາເພື່ອສັນຕິພາບ, ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການໄກ່ເກ່ຍທາງການທູດ,ສ້າງເງື່ອນໄຂເພື່ອຊຸກຍູ້ໃຫ້ສະຖານະການຜ່ອນຄາຍລົງ ແລະ ແກ້ໄຂບັນຫາໂດຍຜ່ານທາງການເມືອງ. ຈີນຍິນດີສະໜອງເງື່ອນໄຂທີ່ຈຳເປັນໃຫ້ແກ່ຣັດເຊຍ ແລະ ອູແກຣນ, ສືບຕໍ່ເສີມຂະຫຍາຍບົດບາດລັກສະນະສ້າງສັນເພື່ອຊຸກຍູ້ໃຫ້ແກ້ໄຂວິກິດການໂດຍຜ່ານທາງການເມືອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

123全文 3 下一页

Share this story on

Messenger Pinterest LinkedIn