ພາສາລາວ

ການບັນລຸການຢຸດຍິງແມ່ນເງື່ອນໄຂພື້ນຖານໃນການສະກັດກັ້ນໄພພິບັດດ້ານມະນຸດສະທຳຢູ່ເຂດກາຊາ

cri2024-03-14 11:28:33
Share
Share this with Close
Messenger Pinterest LinkedIn

ວັນທີ 13 ມີນານີ້,ທ່ານ ອັບເດວ ຟັດຕາ ອັນ ຊີຊີ ປະທານາທິບໍດີເອຢິບໄດ້ພົບປະເຈລະຈາກັບທ່ານ ເຈັນ ໂຮ ລູເຕ ນາຍົກລັດຖະມົນຕີໂຮນລັງທີ່ໄປຢ້ຽມຢາມ. ໃນກອງປະຊຸມຖະແຫຼງຂ່າວຫຼັງການພົບປະ, ທ່ານ ອັບເດວ ຟັດຕາ ອັນ ຊີຊີ ກ່າວວ່າ: ການບັນລຸການຢຸດຍິງຢູ່ເຂດກາຊາແມ່ນມີຄວາມຈຳເປັນ ນີ້ແມ່ນເງື່ອນໄຂພື້ນຖານໃນການສະກັດກັ້ນໄພພິບັດດ້ານມະນຸດສະທຳທີ່ພວມເກີດຂຶ້ນຢູ່ເຂດກາຊາ.

ທ່ານ ອັບເດວ ຟັດຕາ ອັນ ຊີຊີ ກ່າວວ່າ: ເອຢິບໄດ້ກ່າວເຕືອນຫຼາຍເທື່ອແລ້ວວ່າ:ການເຄື່ອນໄຫວດ້ານການທະຫານຂອງອິດສະຣາແອນຢູ່ເຂດກາຊາໂດຍສະເພາະຢູ່ພາກພື້ນດິນເຂດຣາຟາຈະຂົ່ມຂູ່ເຖິງຄວາມປອດໄພດ້ານຊີວິດຂອງຜູ້ຂາດທີ່ຢູ່ອາໄສຈຳນວນຫຼາຍກວ່າ 1,5 ລ້ານຄົນ. ອິດສະຣາແອນມີໜ້າທີ່ຮັບຜິດຊອບໃນການປົກປ້ອງເຂົາເຈົ້າຕາມຂໍ້ກຳນົດຂອງກົດໝາຍສາກົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn