ພາສາລາວ

ການເຈລະຈາຢຸດຍິງລະຫວ່າງປາແລັດສະຕິນ-ອິດສະຣາແອນຍັງດຳເນີນຢູ່ໂດຍບໍ່ທັນຫຍັບມໍ່ເຂົ້າໃກ້ກັບການບັນລຸສັນຍາເທື່ອ

cri2024-03-13 12:15:30
Share
Share this with Close
Messenger Pinterest LinkedIn

ວັນທີ 12 ມີນານີ້, ທ່ານມາເຈັດ ອັນ ອັນຊາຣີ ໂຄສົກກະຊວງການຕ່າງປະເທດກາຕາໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງຕົນວ່າ: ການເຈລະຈາຢຸດຍິງຢູ່ເຂດກາຊາຍັງພວມດຳເນີນຕໍ່ໄປຢູ່ ເຊິ່ງໃນຖານະເປັນໜຶ່ງໃນບັນດາຝ່າຍໄກ່ເກ່ຍ, ກາຕາຫວັງຢາກຊຸກຍູ້ໃຫ້ສອງຝ່າຍທີ່ປະທະກັນບັນລຸສັນຍາຢຸດຍິງໃນໄລຍະເດືອນຖືສິນອົດຫຼືບຸນຣາມາດັນ(Ramadan). ຂະນະດຽວກັນ, ທ່ານຍັງກ່າວຢືນຢັນວ່າ: ບັນດາຝ່າຍຍັງບໍ່ທັນຫຍັບມໍ່ເຂົ້າໃກ້ກັບການບັນລຸສັນຍາເທື່ອ.

ທ່ານອັນຊາຣີຍັງກ່າວຕື່ມອີກວ່າ: ແລວມະນຸດສະທຳທາງທະເລຈາກປະເທດໄຊປຣັດ ຫາ ເຂດກາຊາບໍ່ສາມາດເຂົ້າແທນທີ່ແລວມະນຸດສະທຳທາງບົກໄດ້, ທ່ານຈຶ່ງຮຽກຮ້ອງໃຫ້ເປີດແລວມະນຸດທະສຳທາງບົກຢູ່ເຂດກາຊາຕື່ມອີກເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສາມາດເຂົ້າເຖິງເຂດກາຊາໄດ້ຢ່າງບໍ່ຖືກຈຳກັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

123全文 3 下一页

Share this story on

Messenger Pinterest LinkedIn