ພາສາລາວ

ກະຊວງການຕ່າງປະເທດຮົງກາຣີຮຽກເອກອັກຄະລັດຖະທູດອາເມຣິກາປະຈຳຮົງກາຣີເຂົ້າພົບ

cri2024-03-13 11:05:22
Share
Share this with Close
Messenger Pinterest LinkedIn

ວັນທີ12ມີນານີ້, ທ່ານ ຊີຢາໂຕ ປີເຕີ ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີກ່າວຢືນຢັນວ່າ: ກະຊວງຕົນໄດ້ຮຽກທ່ານແດວິດ ເປຣສມານ ເອກອັກຄະລັດຖະທູດອາເມຣິກາປະຈຳຮົງກາຣີເຂົ້າພົບ. ທ່ານໃຫ້ຄຳອະທິບາຍວ່າ ສິ່ງນີ້ແມ່ນກ່ຽວພັນກັບຖ້ອຍຄຳຂອງທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່ຽວຂ້ອງກັບທ່່ານ ວິກໂຕ ໂອບານ ນາຍົກລັດຖະມົນຕີຮົງກາຣີ.

ທ່ານຊີຢາໂຕກ່າວເນັ້ນໜັກວ່າ: ພວກຂ້າພະເຈົ້າບໍ່ສາມາດໂຍະຍານຕໍ່ຄຳຕົວະຂອງຄົນໃດໆໄດ້, ທັ້ງໆທີ່ຄົນຜູ້ນີ້ຈະເປັນປະທານາ ທິບໍດີອາເມຣິກາກໍຕາມ. ທ່ານກ່າວຢືນຢັນວ່າ: ຖ້ອຍຄຳແລະຄວາມຄິດລັກສະນະແບບນີ້ຂອງລັດຖະບານອາເມຣິກາໄດ້ສ້າງພາລະໃຫ້ກັບສາຍພົວພັນລະຫວ່າງສອງຝ່າຍພວກເຮົາ.

ວັນທີ8ມີນານີ້, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວໂຈມຕີທ່ານໂດນັນ ທຣຳ ເຊິ່ງເປັນຄູ່ແຂ່ງຂອງຕົນທີ່ພົບປະກັບທ່ານໂອບານ ນາຍົກລັດຖະມົນຕີຮົງກາຣີ ໂດຍຕຳໜິທ່ານໂອບານແມ່ນສະແຫວງຫາການປົກຄອງແບບຜະເດັດການ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

123全文 3 下一页

Share this story on

Messenger Pinterest LinkedIn