ພາສາລາວ

ນາຍົກແອັດປາຍ: ປະເທດຕົນຈະຮັບຮອງປະເທດປາແລັດສະຕິນຢ່າງເປັນທາງການ

cri2024-03-11 11:42:12
Share
Share this with Close
Messenger Pinterest LinkedIn

ອີງຕາມແຫຼ່ງຂ່າວຈາກເວັບໄຊໜັງສືພິມ EI Pais ແອັດປາຍໃຫ້ຮູ້ໃນວັນທີ9ມີນານີ້ວ່າ: ໃນກອງປະຊຸມຄັ້ງໜຶ່ງທີ່ຈັດຂຶ້ນໃນມື້ດຽວກັນຢູ່ນະຄອນບິນບາວປະເທດແອັດປາຍ, ທ່ານເປໂດຣ ຊານເຊັສ ນາຍົກລັດຖະມົນຕີແອັດປາຍທີ່ສັງກັດພັກແຮງງານສັງຄົມແອັດປາຍໄດ້ປະກາດວ່າ: ແອັດປາຍຈະຮັບຮອງປະເທດປາແລັດສະຕິນຢ່າງເປັນທາງການພາຍໃນອາຍຸການຂອງລັດຖະສະ ພາຊຸດປັດຈຸບັນ.

ຕາມຂ່າວລາຍງານໃຫ້ຮູ້ວ່າ: ທ່ານຊານເຊັສແມ່ນສະໜັບສະໜູນມາດຕະການດັ່ງກ່າວໂດຍພິຈາລະນາເຖິງຄຸນສົມບັດສິນທຳ, ເພາະວ່າ ທ່ານເຫັນວ່າ ນີ້ເປັນພາລະກິດຄວາມເປັນທຳຢ່າງໜຶ່ງ, ເນື່ອງຈາກວ່າ ນີິ້ຄືວິທີທາງພຽງໜຶ່ງດຽວທີ່ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຈະກ້າວຂຶ້ນສູ່ເສັ້ນທາງແຫ່ງ “ສັນຕິພາບແລະຄວາມໝັ້ນຄົງ”.ນອກນີ້, ທ່ານຍັງຮຽກຮ້ອງອີກຄັ້ງໜຶ່ງໃຫ້ “ຍຸດຕິການໃຊ້ຄວາມຮຸນແຮງ” ພ້ອມທັງເຮັດໃຫ້ການຊ່ວຍເຫຼືອມະນຸດສະທຳສາມາດເຂົ້າເຖິງເຂດກາຊາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

123全文 3 下一页

Share this story on

Messenger Pinterest LinkedIn