ພາສາລາວ

ຈີນກ່າວວ່າແຕ່ລະຝ່າຍຄວນທົບທວນຄືນກ່ຽວກັບການພັດທະນາຂອງສະຖານນະການອູແກຼນພາຍຫຼັງໄດ້ເຊັນສັນຍາມິນສ໌ສະບັບໃໝ່

CRI2024-02-13 13:48:31
Share
Share this with Close
Messenger Pinterest LinkedIn

ວັນທີ 12 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບສະຖານະການລະຫວ່າງຣັດເຊຍແລະອູແກຼນ, ໂດຍສະເພາະແມ່ນບັນຫາການປະຕິບັດຕາມສັນຍາມິນສ໌, ທ່ານຈ່າງຈວີ່ນ, ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ແຕ່ລະຝ່າຍຄວນທົບທວນຄືນກ່ຽວກັບການພັດທະນາຂອງສະຖານນະການອູແກຼນພາຍຫຼັງໄດ້ເຊັນສັນຍາມິນສ໌ສະບັບໃໝ່, ແລະຮຽກຮ້ອງໃຫ້ຜ່ານຈາກການສົນທະນາແລະເປິກສາຫາລືມາແກ້ໄຂການປະທະກັນ.

ຝ່າຍຈີນເຫັນວ່າ: ການເປິກສາຫາລືກ່ຽວກັບບົດຮຽນທາງລົບຂອງສັນຍາມິນສ໌ໃນກອງປະຊຸມຄັ້ງນີ້ມີຄວາມໝາຍທີ່ສຳຄັນ, ສັນຍາມິນສ໌ສະບັບໃໝ່ແມ່ນເອກະສານການເມືອງສະບັບພື້ນຖານຂອງການແກ້ໄຂບັນຫາພາກຕາເວັນອອກອູແກຣນທີ່ໄດ້ຮັບການຮັບຮອງໂດຍທົ່ວໄປຈາກບັນດາຝ່າຍ, ມີຜົນບັງຄັບໃຊ້ດ້ານກົດໝາຍ, ຄວນໄດ້ຮັບການປະຕິບັດຢ່າງຮອບດ້ານແລະມີປະສິດທິຜົນຈາກຝ່າຍຕ່າງໆທີ່ກ່ຽວຂ້ອງ. ແຕ່ສິ່ງທີ່ໜ້າເສຍດາຍແມ່ນ: ຂໍ້ມາດຕາສ່ວນຫຼາຍໃນສັນຍາບໍ່ໄດ້ຮັບການຈັດຕັ້ງປະຕິບັດຈົນມາຮອດປັດຈຸບັນນີ້, ຫຼັງຈາກນັ້ນກໍໄດ້ເກີດການປະທະກັນຢ່າງຂະໜາດໃຫຍ່ຈົນຮອດປັດຈຸບັນນີ້, ຝ່າຍຕ່າງໆຄວນໜ້າທົບທວນຄືນຢ່າງຕັ້ງໃຈ. ປະຊາຄົມໂລກຄວນຕັ້ງໜ້າຊັກຊວນໃຫ້ມີສັນຕິພາບແລະຊຸກຍູ້ການເຈລະຈາ, ສ້າງເງື່ອນໄຂຢ່າງຕັ້ງໜ້າເພື່ອແກ້ໄຂວິກິດການດ້ວຍວິທີທາງການເມືອງ, ປະເທດຈຳນວນໜຶ່ງຄວນຍຸດຕິການກະທຳທີ່ເອົານ້ຳມັນໃສ່ໄຟ, ຍຸດຕິການທຳລາຍຄວາມພະຍາຍາມດ້ານການຕ່າງປະເທດຂອງປະຊາຄົມໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

ເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” 2024 ຢູ່ນະຄອນດູໄບ

ຄວາມຮຸ່ງເຮືອງແຫ່ງການເວລາ

ເປີດໜ້າໃໝ່

ປີແຫ່ງຄວາມສາມັກຄີຄືປີໃໝ່ທີ່ມີຄວາມສຸກຫຼາຍທີ່ສຸດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn