ພາສາລາວ

ອິຣັກແລະອາເມຣິກາຟື້ນຟູການຫາລືບັນຫາສິ້ນສຸດການປະຕິບັດໜ້າທີ່ຂອງກອງກຳລັງພັນທະມິດສາກົນຢູ່ອິຣັກ

cri2024-02-12 14:51:55
Share
Share this with Close
Messenger Pinterest LinkedIn

ວັນທີ11ກຸມພານີ້, ທ່ານຢາເຮຍ ຣາຊູນ ໂຄສົກຜູ້ບັນຊາການສູງສຸດກອງທັບອິຣັກໄດ້ອອກຖະແຫຼງການວ່າ: ມື້ດຽວກັນ, ອິຣັກແລະກອງກຳລັງພັນທະມິດສາກົນທີ່ນຳໂດຍອາເມຣິກາໄດ້ຈັດການພົບປະເຈລະຈາຮອບທີສອງພາຍໃຕ້ຂອບຄະນະກຳມະການການທະຫານລະດັບສູງເພື່ອເປິກສາຫາລືການຫຼຸດຜ່ອນເທື່ອລະກ້າວຈົນກວ່າສິ້ນສຸດການປະຕິບັດໜ້າທີ່ຂອງກອງກຳລັງພັນທະມິດສາກົນຢູ່ອິຣັກ.

ທ່ານຣາຊູນໄດ້ຖະແຫຼງວ່າ: ອິຣັກຮ່ວມກັບກອງກຳລັງພັນທະມິດສາກົນຈັດການພົບປະເຈລະຈາຄືນໃໝ່ພາຍໃຕ້ຂອບຄະນະກຳມະການການທະຫານລະດັບສູງໂດຍໄດ້ດຳເນີນການປະເມີນຕໍ່ສະພາບການທະຫານໃນປັດຈຸບັນ, ລະດັບຄວາມສ່ຽງໃນປັດຈຸບັນ, ສະພາບແວດລ້ອມການສູ້ຮົບກໍຄືຄວາມສາມາດສູ້ຣົບຂອງກອງທັບອິຣັກ. ບົນພື້ນຖານການເຈລະຈາ, ສອງຝ່າຍຈະກຳນົດຕາຕະລາງເວລາກ່ຽວກັບການຫຼຸດຜ່ອນເທື່ອລະກ້າວຈົນກວ່າສິ້ນສຸດການປະຕິບັດໜ້າທີ່ຂອງກອງກຳລັງພັນທະມິດສາກົນຍູ່ອິຣັກ.

ວັນທີ27ມັງກອນຜ່ານມານີ້, ຫ້ອງການຖະແຫຼງຂ່າວນາຍົກລັດຖະມົນຕີອິຣັກໄດ້ອອກຖະແຫຼງການວ່າ: ມື້ດຽວກັນ, ອິຣັກແລະອາເມຣິກາໄດ້ດຳເນີນການເຈລະຈາຮອບທຳອິດເພື່ອເປິກສາຫາລືບັນຫາກ່ຽວກັບການສິ້ນສຸດການປະຕິບັດໜ້າທີ່ຂອງກອງກຳລັງພັນທະມິດສາກົນຢູ່ອິຣັກ. ທ່ານໂມຮາເມັດ ຊີອາ ອັນ ຊູດານີ ນາຍົກລັດຖະມົນຕີອິຣັກໄດ້ເປັນປະທານການເຈລະຈາຮອບທຳອິດ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດຫຼາຍກວ່ານີ້. ເດືອນກຸມພານີ້, ກອງທະຫານອາເມຣິກາໄດ້ຫຼອນໂຈມຕີທາງອາກາດຕໍ່ເປົ້າໝາຍຢູ່ໃນດິນແດນອິຣັກຢ່າງລຽນຕິດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍ ຈຶ່ງພາໃຫ້ການເຈລະຈາຕ້ອງໂຈະໄວ້ເປັນການຊົ່ວຄາວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

123全文 3 下一页

Share this story on

Messenger Pinterest LinkedIn