ພາສາລາວ

ອົງການສະຫະປະຊາຊາດຮຽກຮ້ອງໃຫ້ປົກປ້ອງສາມັນຊົນຢູ່ເຂດກາຊາ

CRI2024-02-12 14:00:03
Share
Share this with Close
Messenger Pinterest LinkedIn

ໂດຍແນໃສ່ແຜນການຂອງອິດສະຣາແອນທີ່ຈະດຳເນີນການເຄື່ອນໄຫວທາງການທະຫານທາງບົກຕໍ່ນະຄອນຣາຟາ, ຫວ່າງມໍ່ໆມານີ້ອົງການສະຫະປະຊາຊາດໄດ້ສະແດງ “ຄວາມເປັນຫ່ວງທີ່ສຸດ” ຕໍ່ສະພາບການຂອງສາມັນຊົນຢູ່ເຂດກາຊາ,ແລະຮຽກຮ້ອງໃຫ້ປົກປ້ອງເຂົາເຈົ້າ.

ທ່ານສະເຕແຟນ ດູຈາຣິກ, ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ກຸມພານີ້ວ່າ: ອົງການສະຫະປະຊາຊາດ “ເປັນຫ່ວງທີ່ສຸດ” ຕໍ່ສາມັນຊົນຢູ່ນະຄອນຣາຟາ, ທ່ານກ່າວເນັ້ນວ່າປະຊາຊົນສາມັນຕ້ອງໄດ້ຮັບການປົກປ້ອງ, ອົງການສະຫະປະຊາຊາດບໍ່ຢາກເຫັນສາມັນຊົນຖືກບັງຄັບຊັດເຊພະເນຈອນ.

ໃນວັນທີ 11 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານນາງ ຄຼິສຕາລີນາ ເກອໍກິເອວາ, ຜູ້ອວຍພອນການໃຫຍ່ອົງການກອງທຶນເງິນຕາສາກົນຫຼື IMF ກ່າວວ່າ: ການປະທະກັນຢ່າງຕໍ່ເນື່ອງໄດ້ທຳລາຍເສດຖະກິດຂອງປາແລັດສະຕິນທີ່ໄດ້ຕົກຢູ່ໃນສະພາບຫຍຸ້ງຍາກ, ການເຄື່ອນໄຫວເສດຖະກິດຢູ່ເຂດກາຊານັບແຕ່ເດືອນຕຸລາຫາເດືອນທັນວາປີ 2023 ໄດ້ຫຼຸດລົງ 80% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ການປະທະກັນລະຫວ່າງປາແລັດສະຕິນແລອິດສະຣາແອນຮອບນີ້ໄດ້ກະທົບເຖິງການທ່ອງທ່ຽວຂອງເອຢິບ, ລີບັງແລະປະເທດໃກ້ຄຽງອື່ນໆ, ພ້ອມທັງເດີນເຮືອນຢູ່ທະເລແດງ, ລະດັບການເຕີບໂຕດ້ານເສດຖະກິດຢູ່ເຂດຕາເວັນອອກກາງແລະອາຟຼິກາເໜືອອາດຈະຕ່ຳກວ່າການຄາດຄະເນຈາກ IMF.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

123全文 3 下一页

Share this story on

Messenger Pinterest LinkedIn