ພາສາລາວ

ຫຼາຍປະເທດເຕືອນອິດສະຣາແອນວ່າ: ການໂຈມຕີຕໍ່ນະຄອນຣາຟາຈະສ້າງ “ຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຄືໄພພິບັດ”

CRI2024-02-12 13:57:55
Share
Share this with Close
Messenger Pinterest LinkedIn

ເອຢິບ, ກາຕາແລະປະເທດອື່ນໆໄດ້ເຕືອນອິດສະຣາແອນໃນຫວ່າງບໍ່ດົນມານີ້ວ່າ: ຖ້າວ່າອິດສະຣາແອນດຳເນີນການເຄື່ອນໄຫວທາງການທະຫານທາງບົກຕໍ່ນະຄອນຣາຟາທີ່ພາກໃຕ້ເຂດກາຊາ, ຈະສ້າງ “ຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຄືໄພພິບັດ” ແລະຜົນສະທ້ອນຢ່າງໜັກໜ່ວງ.

ຫ້ອງການນາຍົກລັດຖະມົນຕີອິດສະຣາແອນໄດ້ອອກຖະແຫຼງການໃນຫວ່າງບໍ່ດົນມານີ້ວ່າ, ທ່ານເບັນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໄດ້ຮຽກຮ້ອງໃຫ້ກອງທັບປ້ອງກັນປະເທດແລະພາກສ່ວນຄວາມໝັ້ນຄົງຍື່ນແຜນການດຳເນີນການເຄື່ອນໄຫວທາງການທະຫານທາງບົກຢູ່ນະຄອນຣາຟາ ເພື່ອດັບສູນກຳລັງທະຫານຂອງຂະບວນການຕໍ່ຕ້ານຂອງອິດສະລາມິກປາແລັດສະຕິນ ຫຼືຮາມັດສຢູ່ທ້ອງຖິ່ນດັ່ງກ່າວໃຫ້ແກ່ຄະນະລັດຖະບານໄລຍະສົງຄາມ.

ຕາມຕົວເລກທີ່ເຜີຍແຜ່ໂດຍພາກສ່ວນສາທາລະນະສຸກຂອງເຂດກາຊາປາແລັດສະຕິນໃນວັນທີ 10 ກຸມພານີ້ສະແດງໃຫ້ເຫັນວ່າ: ນັບແຕ່ໄດ້ເກີດການປະທະກັນລະຫວ່າງປາແລັດສະຕິນແລະອິດສະຣາແອນຮອບໃໝ່ໃນວັນທີ 7 ຕຸລາປີ 2023ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນຢູ່ເຂດກາຊາເສຍຊີວິດຫຼາຍກວ່າ 28.000 ຄົນ, ແລະມີຜູ້ບາດເຈັບປະມານ 67.000 ຄົນ. ອິດສະຣາແອນກ່າວວ່າ: ມີຊາວອິດສະຣາແອນ 1400ກວ່າຄົນໄດ້ເສຍຊີວິດໃນການປະທະກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

ເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” 2024 ຢູ່ນະຄອນດູໄບ

ຄວາມຮຸ່ງເຮືອງແຫ່ງການເວລາ

ເປີດໜ້າໃໝ່

ປີແຫ່ງຄວາມສາມັກຄີຄືປີໃໝ່ທີ່ມີຄວາມສຸກຫຼາຍທີ່ສຸດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn