ພາສາລາວ

ສຳນັກງານໃຫຍ່ອົງການສະຫະປະຊາຊາດຈັດກິດຈະກຳສະເຫຼີມສະຫຼອງບຸນກຸດຈີນ

CRI2024-02-11 15:14:14
Share
Share this with Close
Messenger Pinterest LinkedIn

ຄຽງຄູ່ກັບບຸນກຸດຈີນໄດ້ວຽນມາເຖິງ, ພະນັກງານຈີນທັງຫຼາຍທີ່ປະຈຳຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດໄດ້ຈັດງານສະເຫຼີມສະຫຼອງບຸນກຸດຈີນເປັນພິເສດຢູ່ຫໍຮັບແຂກຂອງສຳນັກງານໃຫຍ່ອົງການສະຫະປະຊາຊາດ. ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງອົງການສະຫະປະຊາຊາດ, ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ, ສະເຫຼີມສະຫຼອງບຸນກຸດຈີນຮ່ວມກັນ.

ທ່ານຈ່າງຈວີ່ນ, ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດ, ທ່ານນາງເມລີຊາ ເຟຼມີງ, ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຮັບຜິດຊອບວຽກງານເຜີຍແຜ່ຂອງໂລກໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້. ທ່ານຈ່າງຈວີ່ນກ່າວຄຳປາໄສວ່າ: ຫວັງວ່ານ້ຳໃຈຂອງມັງກອນຈະສ້າງແຮງຂັບເຄື່ອນຢ່າງເຂັ້ມແຂງໃຫ້ແກ່ອົງການສະຫະປະຊາຊາດແລະປະຊາຄົມໂລກ, ເຮັດໃຫ້ພວກເຮົາມີຄວາມສາມັກຄີຫຼາຍກວ່າເກົ່າ, ມີກຳລັງແຮງຫຼາຍກວ່າເກົ່າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສ້າງໂລກທີ່ດີງາມກວ່າເກົ່າ. ທ່ານນາງເມລີຊາ ເຟຼມີງໄດ້ສະແດງຄວາມຂອບໃຈອີກເທື່ອໜຶ່ງຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນຕໍ່ອົງການສະຫະປະຊາຊາດແລະລັດທິຫຼາຍຝ່າຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

123全文 3 下一页

Share this story on

Messenger Pinterest LinkedIn