ພາສາລາວ

ການເຄື່ອນໄຫວຢື້ຢາມຖາມຂ່າວຊາວຈີນຕ່າງດ້າວດ້ວຍການສະແດງສິລະປະຢູ່ຕ່າງປະເທດໄດ້ດຳເນີນການສະແດງທັງໝົດ 483 ເທື່ອ

cri2024-02-10 16:25:31
Share
Share this with Close
Messenger Pinterest LinkedIn

ເມື່ອບໍ່ດົນມານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກສະຫະພັນຊາວຈີນຕ່າງດ້າວວ່າ: ໃນຖານະທີ່ເປັນໜຶ່ງໃນຍີ່ຫໍ້ວັດທະນະທຳບຸນກຸດຈີນທີ່ເຜີຍແຜ່ໄປສູ່ທົ່ວໂລກ, ໃນໄລຍະ 10 ກວ່າປີຜ່ານມາ, ການເຄື່ອນໄຫວທີ່ມີຫົວຂໍ້ “ທົ່ວໂລກຫຼິ້ນບຸນກຸດຈີນຮ່ວມກັນ” ເພື່ອຢື້ຢາມຖາມຂ່າວຊາວຈີນຕ່າງດ້າວດ້ວຍການສະແດງສິລະປະໄດ້ຖືໂອກາດບຸນກຸດຈີນ ຈັດຕັ້ງຄະນະສິລະປະໄປສະແດງຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງປີໃໝ່ຕາມຈັນທະຄະຕິຈີນຮ່ວມກັບຊາວຈີນຕ່າງດ້າວທີ່ອາໄສຢູ່ຕ່າງປະເທດ. ມາຮອດປັດຈຸບັນນີ້, ການເຄື່ອນໄຫວດັ່ງກ່າວໄດ້ສົ່ງ 81 ຄະນະສິລະປະໄປບັນດາປະເທດ ແລະເຂດບໍລິຫານພິເສດຮົງກົງ ແລະມາກາວ 176 ເທື່ອ, ດຳເນີນການສະແດງທັງໝົດ 483 ເທື່ອ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງພະແນກແລກປ່ຽນວັດທະນະທຳສະຫະພັນຊາວຈີນຕ່າງດ້າວໄດ້ແນະນຳໃຫ້ຮູ້ວ່າ: ໃນປີ 2024, ຄະນະສິລະປະຢື້ຢາມຖາມຂ່າວຊາວຈີນຕ່າງດ້າວພາຍໃຕ້ຫົວຂໍ້ “ທົ່ວໂລກຫຼິ້ນບຸນກຸດຈີນຮ່ວມກັນ” ຈະສົ່ງຄະນະສິລະປະໄປພາກພື້ນອາຊີ-ປາຊີຟິກ, ເອີຣົບ, ຮົງກົງ ແລະມາກາວເພື່ອດຳເນີນການສະແດງຢູ່ທ້ອງຖິ່ນ, ເນື້ອໃນການສະແດງລວມທັງຮູບການສິລະປະຫຼາຍຊະນິດ ເຊັ່ນ: ຮ້ອງເພງ, ເຕັ້ນລຳ, ເຄື່ອງເສບດົນຕີ, ການຍະສິນ ແລະອື່ນໆ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການເຄື່ອນໄຫວ “ທົ່ວໂລກຫຼິ້ນບຸນກຸດຈີນຮ່ວມກັນ” ເພື່ອຢື້ຢາມຖາມຂ່າວຊາວຈີນຕ່າງດ້າວໄດ້ປະຕິບັດຕາມຈຸດປະສົງທີ່ຮັບໃຊ້ຊາວຈີນຕ່າງດ້າວມາໂດຍຕະຫຼອດ, ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການສືບທອດວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນຂອງຈີນ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນກັບຕ່າງປະເທດ ແລະຊຸກຍູ້ໃຫ້ວັດທະນະທຳບຸນກຸດຈີນເຜີຍແຜ່ໄປສູ່ທົ່ວໂລກ ແລະດ້ານອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

123全文 3 下一页

Share this story on

Messenger Pinterest LinkedIn