ພາສາລາວ

ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີຄວາມສາມັກຄີຍາດແຍ່ງສັນຕິພາບ

CRI2024-02-10 15:24:34
Share
Share this with Close
Messenger Pinterest LinkedIn

ວັນທີ 8 ກຸມພານີ້, ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກສາມັກຄີກັນ, ຍາດແຍ່ງເອົາສັນຕິພາບ, ຕັ້ງໜ້າຊອກຫາແຜນການແກ້ໄຂຄວາມຫຍຸ້ງຍາກແລະສິ່ງທ້າທາຍທີ່ມວນມະນຸດກຳລັງປະເຊີນໜ້າ.

ທ່ານກູເຕີເຣັສກ່າວໃນກອງປະຊຸມຖະແຫຼງຂ່າວກ່ຽວກັບວຽກງານບູລິມະສິດປີ 2024 ຂອງເລຂາທິການໃຫຍ່ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກໃນວັນທີ 8 ກຸມພານີ້ວ່າ: “ພວກເຮົາຕ້ອງທຳຄວາມພະຍາຍາມເພື່ອຄວາມຍຸດຕິທຳແລະສັນຕິພາບແບບຍືນຍົງ, ສັນຕິພາບແບບນີ້ຕ້ອງສອດຄ່ອງກັບກົດບັດສະຫະປະຊາຊາດແລະກົດໝາຍສາກົນ.”

ທ່ານກູເຕີເຣັສຍັງຊີ້ອອກວ່າ, ປັດຈຸບັນນີ້ປະຊາຄົມໂລກມີວິກິດການດ້ານຄວາມໄວ້ເນື້ອເຊື່ອໃຈ, ແຜນການແກ້ໄຂກໍ່ແມ່ນ “ເຮັດແທ້ທຳຈິງ, ດຳເນີນການປ່ຽນແປງຢ່າງຕັ້ງໜ້າ”.ທ່ານກ່າວວ່າ, ເຖິງແມ່ນວ່າໃນເສັ້ນທາງເດີນໄປຂ້າງໜ້າເຕັມໄປດ້ວຍສິ່ງທ້າທາຍ, ແຕ່ວ່າປະຊາຄົມໂລກຍັງຄວນສືບຕໍ່ທຳຄວາມພະຍາຍາມ, ເພື່ອສິ້ນສຸດການປະທະກັນຢ່າງມີປະສິດທິຜົນ, ຮັບມືກັບຄວາມສ່ຽງທີ່ບໍ່ສາມາດຄາດຄະເນໄດ້ຈາກປັນຍາປະດິດຫຼື AI , ປະຕິບັດການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

123全文 3 下一页

Share this story on

Messenger Pinterest LinkedIn