ພາສາລາວ

ທ່ານວະລາດີເມຍ ປູຕິນໃຫ້ສຳພາດຕໍ່ນັກຂ່າວອາເມຣິກາເປັນຄັ້ງທຳອິດໃນ 2 ປີຜ່ານມາ

CRI2024-02-10 15:26:04
Share
Share this with Close
Messenger Pinterest LinkedIn

ວັນທີ 8 ກຸມພານີ້, ທ່ານທາເຄີ ຄາຊັນ, ນັກຂ່າວຜູ້ມີຊື່ສຽງຂອງອາເມຣິກາໄດ້ເຜີຍແຜ່ວິດີໂອການສຳພາດຕໍ່ທ່ານວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍໃນຕົ້ນສັບປະດານີ້. ນີ້ແມ່ນທ່ານວະລາດີເມຍ ປູຕິນໃຫ້ສຳພາດຕໍ່ນັກຂ່າວອາເມຣິກາເປັນຄັ້ງທຳອິດຫຼັງຈາກວິກິດການອູແກຼນໄດ້ຮຸນແຮງຂຶ້ນເປັນເວລາ 2 ປີມານີ້.

ທ່ານວະລາດີເມຍ ປູຕິນກ່າວເນັ້ນວ່າ: ທ່ານຍັງຫວັງວ່າຈະຜ່ານການເຈລະຈາມາແກ້ໄຂບັນຫາອູແກຼນ. ທ່ານກ່າວວ່າ: ຣັດເຊຍໄດ້ສະເໜີໃຫ້ແກ້ໄຂບັນຫາອູແກຼນດ້ວຍສັນຕິວິທີຫຼາຍເທື່ອ, ບໍ່ເຄີຍປະຕິເສດການເຈລະຈາຈັກເທື່ອ, ຍິນດີດຳເນີນການຮ່ວມມືກັບຜູ້ນຳທຸກທ່ານຂອງອູແກຼນ. ແຕ່ວ່າ, ຫຼັງຈາກກອງປະຊຸມທີ່ຈັດຂຶ້ນຢູ່ນະຄອນອິສຕັນບຸນໃນເດືອນມີນາປີ 2022 ໄດ້ສິ້ນສຸດລົງແລ້ວ, ການເຈລະຈາລະຫວ່າງສອງຝ່າຍບໍ່ໄດ້ຮັບຄວາມຄືບໜ້າໃດໆ.

ທ່ານວະລາດີເມຍ ປູຕິນເຊື່ອວ່າ ຣັດເຊຍແລະອູແກຼນຈະບັນລຸສັນຍາບໍ່ໄວກໍ່ຊ້າ, ຖ້າສິ້ນສຸດການປະທະກັນດ້ວຍສັນຕິວິທີ, ການພົວພັນລະຫວ່າງສອງປະເທດແລະປະຊາຊົນສອງຊາດຈະໄດ້ຮັບການຟື້ນຟູ. “ນີ້ຕ້ອງການເວລາດົນນານ, ແຕ່ຈະໄດ້ຮັບການຟື້ນຟູ.”

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

ເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” 2024 ຢູ່ນະຄອນດູໄບ

ຄວາມຮຸ່ງເຮືອງແຫ່ງການເວລາ

ເປີດໜ້າໃໝ່

ປີແຫ່ງຄວາມສາມັກຄີຄືປີໃໝ່ທີ່ມີຄວາມສຸກຫຼາຍທີ່ສຸດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn