ພາສາລາວ

ຍີ່ປຸ່ນມີໜ້າທີ່ໃຫ້ການອະທິບາຍຢ່າງມີຄວາມຮັບຜິດຊອບຕໍ່ເຫດການໂຮງໄຟຟ້ານີວເຄລຍຟູກຸຊິມະເກີດການຮົ່ວໄຫຼຂອງນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍ

CRI2024-02-09 12:05:25
Share
Share this with Close
Messenger Pinterest LinkedIn

ກ່ຽວກັບໂຮງໄຟຟ້ານີວເຄລຍຟູກຸຊິມະຍີ່ປຸ່ນເກີດເຫດການຮົ່ວໄຫຼຂອງນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍ, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄໍາຖາມນັກຂ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 8 ກຸມພານີ້ວ່າ: ຈີນພວມປະເມີນຜົນກ່ຽວກັບເຫດການກ່ຽວຂ້ອງຢູ່ ເຊິ່ງເຫດການຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນອີກເທື່ອໜຶ່ງວ່າ: ການຄຸ້ມຄອງພາຍໃນບໍລິສັດໄຟຟ້າໂຕກຽວຂອງຍີ່ປຸ່ນແມ່ນມີຄວາມສັບສົນ ແລະ ຂາດລະບຽບການເປັນເວລາດົນນານແລ້ວ, ຍີ່ປຸ່ນມີໜ້າທີ່ເປີດເຜີຍຂໍ້ມູນຂ່າວສານຂອງເຫດການຄັ້ງນີ້ຢ່າງທັນການ, ຮອບດ້ານ ແລະ ໂປ່ງໃສ, ພ້ອມທັງໃຫ້ການອະທິບາຍຢ່າງມີຄວາມຮັບຜິດຊອບ.

ທ່ານ ວ່າງເວີນປິ່ນ ຊີ້ໃຫ້ເຫັນວ່າ: ເຫດການຄັ້ງນີ້ຍັງໄດ້ສ່ອງແສງໃຫ້ເຫັນອີກເທື່ອໜຶ່ງວ່າ: ການສ້າງຕັ້ງແຜນການຕິດຕາມກວດກາສາກົນທີ່ມີປະສິດທິຜົນເປັນເວລາຍາວນານນັ້ນແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຍິ່ງ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງແກ້ໄຂນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍດ້ວຍວິທີທີ່ມີຄວາມຮັບຜິດຊອບ, ໃຫ້ຄວາມຮ່ວມມືຢ່າງຮອບດ້ານກັບການສ້າງຕັ້ງແຜນການຕິດຕາມກວດກາສາກົນທີ່ເປັນອິດສະຫຼະ, ມີປະສິດທິຜົນຍາວນານທີ່ມີຝ່າຍຕ່າງໆທີ່ມີຜົນປະໂຫຍດກ່ຽວຂ້ອງເປັນຕົ້ນແມ່ນປະເທດໃກ້ຄຽງເຂົ້າຮ່ວມຕົວຈິງ ເພື່ອປ້ອງກັນບໍ່ໃຫ້ການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍລົງສູ່ທະເລນັ້ນເກີດຜົນກະທົບທີ່ບໍ່ສາມາດກູ້ຄືນໄດ້ຢ່າງແທ້ຈິງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

123全文 3 下一页

Share this story on

Messenger Pinterest LinkedIn