ພາສາລາວ

ຜູ້ຕອບແບບສອບຖາມໃນທົ່ວໂລກເກືອບ 90% ເຫັນວ່າ “ອາເມຣິກາຄັດຄ້ານອາເມຣິກາ” ອາດຈະກາຍເປັນສະພາບການປົກກະຕິ

cri2024-02-07 20:46:20
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ຜົນການສຳຫຼວດເກັບກຳຂໍ້ມູນຂອງໂທລະພາບສາກົນຈີນຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໂດຍໄດ້ເຜີຍແຜ່ແບບສອບຖາມໃຫ້ຊາວເນັດທົ່ວໂລກສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມໃນທົ່ວໂລກມີ 86,5% ເຫັນວ່າ: ຄວາມຂັດແຍ້ງກັນລະຫວ່າງອົງການປົກຄອງລັດເທັກຊາສ ແລະ ລັດຖະບານສະຫະລັດອາເມຣິກາກ່ຽວກັບບັນຫາຊາວອົບພະຍົບໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າຄວາມເປັນປໍລະປັກກັນລະຫວ່າງສອງພັກອາເມຣິກາຮຸນແຮງຂຶ້ນຕື່ມ, ແລະບົດບາດດ້ານການເມືອງນັບມື້ນັບເສຍດຸນ.

ຜູ້ຕອບແບບສອບຖາມປະມານ 93% ເຫັນວ່າ ລັດຖະທຳມະນູນຂອງອາເມຣິກາມີຂໍ້ກຳນົດ “ສົ່ງເສີມແບບຄຸມເຄືອ” ຕໍ່ຊາວອົບພະຍົບທີ່ຜິດກົດໝາຍ ແລະ ສາເຫດລັກສະນະໂຄງປະກອບອື່ນໆ, ອາດຈະເຮັດໃຫ້ລັດຖະບານສະຫະລັດ ແລະລັດຕ່າງໆທີ່ຄວບຄຸມໂດຍພັກການເມືອງທີ່ເປັນປໍລະປັກກັນນັ້ນມີຄວາມຂັດແຍ້ງດ້ານການຍາດແຍ່ງອຳນາດຮຸນແຮງຂຶ້ນຕື່ມ; ຜູ້ຕອບແບບສອບຖາມມີ 89,3% ເຫັນວ່າພາຍໃຕ້ສະພາບການທີ່ການເມືອງພາຍໃນອາເມຣິກາຫັນເປັນສອງຂົ້ວ, ບັນຫາຊາວອົບພະຍົບພຽງເປັນພາກສ່ວນນ້ອຍຂອງສະພາບການວຸ້ນວາຍດ້ານການເມືອງພາຍໃນອາເມຣິກາເທົ່ານັ້ນ, “ອາເມຣິກາຄັດຄ້ານອາເມຣິກາ” ອາດຈະກາຍເປັນສະພາບການປົກກະຕິ.

ແບບສອບຖາມສຳຫຼວດຄວາມເຫັນຄັ້ງນີ້ໄດ້ເຜີຍແຜ່ຢູ່ເທິງເວທີ 5 ພາສາຂອງ CGTN ຄືພາສາອັງກິດ, ແອັສປາຍ, ຝຣັ່ງ, ອາຣັບ ແລະ ຣັດເຊຍ, ພາຍໃນເວລາ 24 ຊົ່ວໂມງມີຊາວເນັດຫຼາຍກວ່າ 11.000 ຄົນຕອບແບບສອບຖາມ ແລະ ສະແດງຄວາມເຫັນພ້ອມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

ເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” 2024 ຢູ່ນະຄອນດູໄບ

123全文 3 下一页

Share this story on

Messenger Pinterest LinkedIn