ຜູ້ລາຍງານພິເສດຂອງສະພາສິດທິມະນຸດອົງການສະຫະປະຊາຊາດຮຽກຮ້ອງໃຫ້ເອົາໃຈໃສ່ໃນລະດັບສູງຕໍ່ບັນຫາທີ່ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ
ວັນທີ 19 ກັນຍານີ້, ກອງປະຊຸມຄັ້ງທີ 54 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ເຊີແນວແຫ່ງສະວິດໄດ້ຈັດກອງປະຊຸມສົນທະນາກັບຜູ້ລາຍງານພິເສດກ່ຽວກັບບັນຫາທີ່ສ້າງຜົນກະທົບຕໍ່ສິດທິມະນຸດຈາກການແກ້ໄຂສິ່ງເສດເຫຼືອທີ່ມີສານຜິດ. ຜູ້ຕາງໜ້າຂອງຈີນປະຈຳອົງການສະຫະປະຊາຊາດໄດ້ສືບຕໍ່ເປີດເຜີຍຄວາມຈິງທີ່ຢຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລລ່ວງລ້ຳສິດທິມະນຸດໃນກອງປະຊຸມຂອງສະພາສິດທິມະນຸດ, ເຊິ່ງໄດ້ຮັບການຕອນຮັບຢ່າງຫຼວງຫຼາຍຈາກກອງປະຊຸມ.
ຜູ້ລາຍງານພິເສດຂອງສະພາສິດທິມະນຸດກ່າວວ່າ: ຜ່ານການຄົ້ນຄວ້າສະແດງໃຫ້ເຫັນວ່າ: ເຖິງວ່ານ້ຳປົນເປື້ອນລັງສີນິວເຄລຍມີປະລິມານສານກຳມັນຕະພາບລັງສີຕ່ຳ, ແຕ່ການປ່ອຍລົງສູ່ທະເລຢ່າງຫຼວງຫຼາຍແລ້ວຍັງຈະເກີດຜົນສະທ້ອນທີ່ບໍ່ສາມາດປະເມີນໄດ້ຕໍ່ລະບົບນິເວດ. ປະຊາຄົມໂລກຄວນເອົາໃຈໃສ່ໃນລະດັບສູງຕໍ່ບັນຫາທີ່ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ສ່ວນມາດຕະຖານຄວາມປອດໄພສາກົນຂອງການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລທີ່ມີຢູ່ໃນປັດຈຸບັນນີ້ຄວນໄດ້ຮັບການດັດແປງຄືນໃໝ່.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ
ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ
ໜອງຕາວາທີ່ມີສີສັນວິຈິດບັນຈົງ
ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ
ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ
ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved