ພາສາລາວ

ທ່ານຮານເຈິ້ງພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດແລະລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ

CRI2023-09-19 14:34:35
Share
Share this with Close
Messenger Pinterest LinkedIn

ວັນທີ 18 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານຮານເຈິ້້ງ, ຮອງປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກຂອງອາເມຣິກາແລະໄດ້ພົບປະກັບທ່ານອັນໂຕນີໂອ ກູເຕເຣັດ, ເລຂາທິການໃຫຍ່ອົງການສະຫະປະຊາຊາດພ້ອມດ້ວຍທ່ານອັນໂຕນີ ບລິນເກນ, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ.

ໃນເວລາພົບປະກັບທ່ານອັນໂຕນີໂອ ກູເຕັເຣັສ, ທ່ານຮານເຈີ້ງກ່າວວ່າ: ຈີນຈະເປັນປະເທດສ້າງສັນຕິພາບຂອງໂລກ, ປະເທດປະກອບສ່ວນເຂົ້າໃນການພັດທະນາຂອງໂລກ, ປະເທດປົກປ້ອງລະບຽບການສາກົນຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນໃຫ້ອົງການສະຫະປະຊາຊາດເສີມຂະຫຍາຍບົດບາດແກນກາງໃນວຽກງານສາກົນ.

ທ່ານອັນໂຕນີໂອ ກູເຕັເຣັສກ່າວວ່າ: ຂອບໃຈຕໍ່ຈີນທີ່ໃຫ້ການສະໜັບສະໜູນຢ່າງໝັ້ນໜຽວເຂົ້າໃນພາລະກິດຂອງອົງການສະຫະປະຊາຊາດ, ຊົມເຊີຍຂໍ້ລິເລີ່ມສຳຄັນທີີ່ສະເໜີໂດຍທ່ານປະທານສີຈິ້ນຜີງໃນລະດັບສູງ, ຄອງຄອຍຈີນນຳພາທົ່ວໂລກກ້າວເດີນໄປຂ້າງໜ້າຢ່າງຖືກຕ້ອງ.

ໃນເວລາພົບປະກັບທ່ານອັນໂຕນີ ບລິນເກນ, ທ່ານຮານເຈິ້ງກ່າວວ່າ: ການພັດທະນາຂອງຈີນສຳລັບອາເມຣິກາແມ່ນໂອກາດບໍ່ແມ່ນການທ້າທາຍ, ແມ່ນການເພີ່ມຜົນປະໂຫຍດບໍ່ແມ່ນຄວາມສ່ຽງ, ສອງຝ່າຍສາມາດສ້າງຜົນສຳເລັດຮ່ວມກັນແລະໄດ້ຮັບຄວາມຈະເລີນຮຸ່ງເຮືອງນຳກັນ. ຫວັງວ່າອາເມຣິກາຈະເດີນຕາມທິດທາງດຽວກັນກັບຈີນ, ປະຕິບັດການກະທຳດ້ານການເພີ່ມທະວີຄວາມເຂົ້າໃຈກັນແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາກັບຄືນສູ່ວົງໂຄຈອນຢ່າງດີງາມແລະໝັ້ນທ່ຽງ.

ທ່ານອັນໂຕນີ ບລີນເກນກ່າວວ່າ, ອາເມຣິກາຄອງຄອຍເພີ່ມທະວີການແລກປ່ຽນ, ຄວບຄຸມຄວາມຂັດແຍ້ງ, ຊຸກຍູ້ການຮ່ວມມືກັບຈີນ, ພັດທະນາການພົວພັນລະຫວ່າງອາເມຣິກາ-ຈີນຢ່າງໝັ້ນທ່ຽງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

ໜອງຕາວາທີ່ມີສີສັນວິຈິດບັນຈົງ

ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn