ພາສາລາວ

ລັດຖະບານອູແກຣນປະກາດປົດຕຳແໜ່ງຮອງລັດຖະມົນຕີກະຊວງປ້້ອງກັນປະເທດ 6 ທ່ານ

CRI2023-09-19 14:32:17
Share
Share this with Close
Messenger Pinterest LinkedIn

ວັນທີ 18 ກັນຍານີ້, ທ່ານໂອເລ ແຮມຈີນອບ, ລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະບານອູແກຣນກ່າວຜ່ານສື່ສັງຄົມອອນລາຍວ່າ: ລັດຖະບານອູແກຣນໄດ້ອອກຄຳສັ່ງປົດຕຳແໜ່ງຮອງລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນ 6 ທ່ານແລະເລຂາທິການວຽກງານແຫ່ງລັດເຊິ່ງລວມທັງທ່ານນາງແອນນາມ ມັນຢາແລະທ່ານອື່ນໆ. ໃນລາຍຊື່ທີ່ຖືກປົດຕຳແໜ່ງບໍ່ມີທ່ານໂອເລັກຊານເດີ ປາບລີວກໍ໌, ຮອງລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນຄົນທີ 1 ຮ່ວມຢູ່ນຳ.

ທ່ານໂວໂລດີເມຍ ເຊເລັນສະກີ, ປະທານາທິບໍດີອູແກຣນໄດ້ປະກາດໃນວັນທີ 3 ກັນຍານີ້ວ່າ: ທ່ານຕັດສິນໃຈປົດຕຳແໜ່ງທ່ານໂອເລັກເຊຍ ເຣັສນີກອບ, ລັດຖະມົນຕີກະຊວງປ້ອງກັນປະເທດແລະໄດ້ສະເໜີທ່ານຣູສແຕມ ອູມິຣອບ, ຜູ້ຮັບຜິດຊອບກອງທຶນຊັບສິນແຫ່ງລັດຂອງອູແກຣນຂຶ້ນເປັນລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

ໜອງຕາວາທີ່ມີສີສັນວິຈິດບັນຈົງ

ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn