ຄະນະຜູ້ແທນກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມຂະບວນສວນສະໜາມສະເຫຼີມສະຫຼອງວັນປະກາດເອກະລາດຂອງເມັກຊິກ
ວັນທີ 16 ກັນຍານີ້, ໂດຍຕອບສະໜອງຕາມຄຳເຊີນຂອງກະຊວງປ້ອງກັນປະເທດເມັກຊິກ, ຄະນະຜູ້ແທນກອງກຽດຕິຍົດຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ເຂົ້າຮ່ວມຂະບວນສວນສະໜາມສະເຫຼີມສະຫຼອງວັນປະກາດເອກະລາດຂອງເມັກຊິກຄົບຮອບ 213 ປີທັງເປັນວັນສ້າງຕັ້ງໂຮງຮຽນນາຍທະຫານບົກເມັກຊິກຄົບຮອບ 200 ປີ.
ມີນາຍແລະພົນທະຫານຈາກກອງທະຫານບົກ, ກອງທະຫານອາກາດ, ກອງທະຫານເຮືອ, ກອງທະຫານຮັກສາຄວາມໝັ້ນຄົງແຫ່ງຊາດແລະຜູ້ແທນຕ່າງປະເທດໄດ້ເຂົ້າຮ່ວມຂະບວນສວນສະໜາມ. ໃນພິທີ, ສະມາຊິກກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນມີຈິດໃຈຫ້າວຫັນເຂັ້ມແຂງ, ບາດກ້າວສວນສະໜາມມີຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າທີຄວາມກ້າຫານຂອງທະຫານຈີນ, ແລະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ