ພາສາລາວ

ປະທານບໍລິຫານງານໂຄງການສິ່ງແວດລ້ອມອົງການສະຫະປະຊາຊາດ: “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ແມ່ນຊີວິດແບບຍືນຍົງໃນຮູບແບບຈີນ

CRI2023-09-18 10:12:58
Share
Share this with Close
Messenger Pinterest LinkedIn

ວັນທີ 15 ສິງຫາ 2023 ແມ່ນ“ວັນນິເວດແຫ່ງຊາດ” ຄັ້ງທຳອິດຂອງຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຄວາມສິວິໄລດ້ານນິເວດຕໍ່ການພັດທະນາແບບຍືນຍົງຂອງຈີນ.

ທ່ານນາງອິງເກີ ອັນເດີເຊັນ ປະທານບໍລິຫານງານໂຄງການສິ່ງແວດລ້ອມອົງການສະຫະປະຊາຊາດກ່າວວ່າ: ຂ້າພະເຈົ້າມັກແນວຄິດຂອງຈີນ ຄື “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ຂ້າພະເຈົ້າເຫັນວ່າ ແນວຄິດແບບນີ້ຈະໄດ້ຮັບຄວາມເຫັນດີເຫັນພ້ອມຈາກຄົນທັງຫຼາຍ, ເພາະວ່າຫຼາຍຄົນບໍ່ຄ່ອຍເຂົ້າໃຈສັບວິຊາການເຫຼົ່ານັ້ນ. ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນປະເທດຈີນສ້າງຕັ້ງວັນນິເວດແຫ່ງຊາດ, ເຮັດໃຫ້ທົ່ວປະເທດເອົາໃຈໃສ່ຕິດຕາມບັນຫານີ້. ນີ້ແມ່ນການບັນລະຍາຍຊີວິດແບບຍືນຍົງດ້ວຍຮູບແບບຂອງຈີນ, ແມ່ນການຮຽກຮ້ອງໃຫ້ພວກເຮົາຈົ່ງພາກັນປົກປັກຮັກສາໜ່ວຍໂລກ, ກໍຄື ການພັດທະນາພ້ອມກັນ ແລະ ລຶບລ້າງຄວາມທຸກຍາກໂດຍຜ່ານແນວຄິດຂອງຈີນ, ເຮັດສຳເລັດເປົ້າໝາຍເຫຼົ່ານີ້, ໃນຂະນະທີ່ບໍ່ທຳລາຍສິ່ງແວດລ້ອມ.

ເມື່ອສັງເກດເບິ່ງທົ່ວໂລກແລ້ວເຫັນວ່າ, ນັບແຕ່ໃດໆມາໄດ້ມີແນວຄິດທີ່ “ສ້າງມົນລະພິດ ແລ້ວ ສ້າງຄວາມຮັ່ງມີ”. ໃນຫຼາຍຮ້ອຍປີຜ່ານມານີ້, ຫຼາຍປະເທດໄດ້ສ້າງມົນລະພິດຢ່າງໜັກໜ່ວງເພື່ອລຶບລ້າງຄວາມທຸກຍາກ. ເມື່ອມີຊັບສິນຫຼາຍພໍສົມຄວນແລ້ວຈຶ່ງມາແກ້ໄຂມົນລະພິດ. ຂ້າພະເຈົ້າເຫັນວ່າ, ປັດຈຸບັນ ຊາວໂລກໄດ້ຮັບຮູ້ແລ້ວວ່າບໍ່ຄວນເດີນຕາມເສັ້ນທາງເກົ່າອີກແລ້ວ. ວັນນິເວດແຫ່ງຊາດ ພ້ອມດ້ວຍແນວຄິດ ແລະ ຫຼັກການທີ່ກ່ຽວຂ້ອງຂອງຈີນສະແດງໃຫ້ເຫັນວ່າ, ຊາວໂລກໄດ້ຮັບຮູ້ແລ້ວວ່າ, ພວກເຮົາມີເສັ້ນທາງພັດທະນາທີ່ດີກວ່າເກົ່າ, ຄວນຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ, ພະຍາຍາມໃຫ້ຕົນເອງດຳລົງຊີວິດຢູ່ໃນໂລກທີ່ປອດມົນລະພິດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

123全文 3 下一页

Share this story on

Messenger Pinterest LinkedIn