ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມສຸດຍອດ “G77 ກັບ ຈີນ”
ວັນທີ 15 ກັນຍານີ້, ທ່ານຫຼີຊີ່, ຜູ້ຕາງໜ້າພິເສດຂອງທ່ານປະທານສີຈິ້ນຜິງ ທັງເປັນກຳມະການປະຈຳກົມການເມືອງສູນກາງພັກ, ເລຂາຄະນະກວດກາສູນກາງພັກຄອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມສຸດຍອດ “G77 ກັບ ຈີນ” ທີ່ຈັດຂຶ້ນຢູ່ລາຮາວານ, ປະເທດກູບາ.
ທ່ານຫຼີຊີ່ກ່າວວ່າ: ກຸ່ມ 77 ປະເທດ ແລະ ຈີນຄວນຍຶດໝັ້ນຄ່ານິຍົມຮ່ວມຂອງມວນມະນຸດ, ຍຶດໝັ້ນການແກ້ໄຂຂໍ້ຂັດແຍ້ງລະຫວ່າງປະເທດຕ່າງໆດ້ວຍສັນຕິວິທີ, ຮ່ວມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.
ທ່ານຫຼີຊີ່ກ່າວຕື່ມວ່າ: ຈີນຍິນດີຮ່ວມກັບສະມາຊິກຂອງກຸ່ມ G77, ເສີມຂະຫຍາຍປະສິດທິພາບຫຼາຍທີ່ສຸດຂອງການຮ່ວມມືກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຜະລິດຕະພັນສາທາລະນະອື່ນໆ, ແກ້ໄຂບັນຫາຫຍຸ້ງຍາກດ້ານການພັດທະນາ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທີ່ຢູ່ທິດໃຕ້ຂອງໂລກ, ຮ່ວມກັນສ້າງຍຸກສະໄໝໃໝ່ແຫ່ງການພັດທະນາຮ່ວມກັນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ
ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ