ພາສາລາວ

ໄພນ້ຳຖ້ວມຢູ່ລີບີໄດ້ສ້າງຜົນກະທົບເຖິງ 8 ແສນກວ່າຄົນ

CRI2023-09-17 11:26:33
Share
Share this with Close
Messenger Pinterest LinkedIn

ວັນທີ 16 ກັນຍານີ້, ອົງການກາແດງ ແລະ ຊີກວົງເດືອນແດງແຈ້ງໃຫ້ຮູ້ວ່າ, ປະຊາກອນລີບີຫຼາຍກວ່າ 800.000 ຄົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ລີບີມີປະຊາກອນທັງໝົດປະມານ 7 ລ້ານຄົນ, ຕົວເລກດັ່ງກ່າວເທົ່າກັບ 11,4% ຂອງປະຊາກອນທັງໝົດຂອງລີບີ.

ມື້ດຽວກັນ, ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ປັດຈຸບັນໄດ້ຊອກພົບຜູ້ເສຍຊີວິດ 3.958 ຄົນ ແລະ ໄດ້ຢືນຢັນຖານະຂອງພວກເຂົາເຈົ້າແລ້ວ. ເຖິງວ່າວຽກງານກູ້ໄພຢູ່ພາກຕາເວັນອອກລີບີມີຄວາມຫຍຸ້ງຍາກຫຼາຍ ແລະ ໂອກາດທີ່ຊອກພົບຜູ້ລອດຕາຍເກືອບໜ້ອຍທີ່ສຸດກໍ່ຕາມ, ແຕ່ໜ່ວຍກູ້ໄພທີ່ມາຈາກລີບີ ແລະ ຕ່າງປະເທດຍັງພວມພະຍາຍາມຊອກຫາຢູ່ຊາກສິ່ງກໍ່ສ້າງທີ່ກວ້າງຂວາງຢູ່.

1234全文 4 下一页

Share this story on

Messenger Pinterest LinkedIn