ພາສາລາວ

ກອງປະຊຸມສຸດຍອດ “G77 ກັບ ຈີນ” ຮັບຮອງເອົາ “ຖະແຫຼງການລາຮາວານ”

CRI2023-09-17 11:12:46
Share
Share this with Close
Messenger Pinterest LinkedIn

ວັນທີ 16 ກັນຍານີ້, ຫຼັງຈາກກອງປະຊຸມສຸດຍອດ “G77 ກັບ ຈີນ” ໄດ້ສິ້ນສຸດການອະພິປາຍທົ່ວໄປເປັນເວລາ 2 ວັນ, ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາ “ຖະແຫຼງການລາຮາວານ”.

ຖະແຫຼງການດັ່ງກ່າວເນັ້ນໜັກວ່າ, ຕ້ອງການດຳເນີນການປະຕິຮູບຕໍ່ສະຖານະການການເງິນສາກົນຢ່າງຮອບດ້ານ ແລະ ຮີບດ່ວນ, ປະຕິບັດຕາມວິທີຄຸ້ມຄອງການເງິນທົ່ວໂລກທີ່ມີລັກສະນະກວມລວມ ແລະ ລັກສະນະປະສານສົມທົບຫຼາຍກວ່າເກົ່າ,ຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ແນໃສ່ປະເທດພວມພັດທະນາ, ຄັດຄ້ານການກະທຳບໍ່ທ່ຽງທຳທີ່ຂັດຂວາງການພັດທະນາເຕັກນິກຂອງປະເທດພວມພັດທະນາເຊັ່ນ: ການຜູກຂາດເຕັກນິກເປັນຕົ້ນ, ຮຽກຮ້ອງປະຊາຄົມໂລກສ້າງສະພາບແວດລ້ອມແບບເປີດປະຕູ, ຍຸຕິທຳ, ກວມລວມ ແລະ ບໍ່ດູໝິ່ນເພື່ອພັດທະນາວິທະຍາສາດເຕັກນິກ.

ຖະແຫຼງການກ່າວຢ້ຳວ່າ: ປະເທດຕ່າງໆ ແລະ ຝ່າຍທີ່ກ່ຽວຂ້ອງຕ່າງໆຄວນພ້ອມກັນສຸມໃສ່ “ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ໃນຂົງເຂດການພັດທະນາທົ່ວໂລກ ແລະ ການພັດທະນາວິທະຍາສາດເຕັກນິກ ບົນພື້ນຖານທີ່ຫາລືຮ່ວມກັນ, ກໍ່ສ້າງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

ໜອງຕາວາທີ່ມີສີສັນວິຈິດບັນຈົງ

ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn