ພາສາລາວ

ເວເນຊູເອລາຮຽກຮ້ອງໃຫ້ຊຸກຍູ້ຂະບວນການປາສະຈາກເງິນໂດລາ

CRI2023-05-26 10:54:55
Share
Share this with Close
Messenger Pinterest LinkedIn

ນັບແຕ່ປີ 2006 ເປັນຕົ້ນມາ, ອາເມຣິກາໄດ້ດໍາເນີນການລົງໂທດຕໍ່ເວເນຊູເອລາ, ໂດຍໄດ້ສະກັດກັ້ນບໍ່ໃຫ້ປະເທດດັ່ງກ່າວເຊື່ອມຕໍ່ເຂົ້າໃນລະບົບການທະນາຄານຂອງອາເມຣິກາ. ປີ 2015, ອາເມຣິກາໄດ້ເປີດກວ້າງການລົງໂທດດ້ານເສດຖະກິດແລະການທະນາຄານຕໍ່ເວເນຊູເອລາໂດຍໄດ້ຍຶດຊັບສິນຂອງເຈົ້າໜ້າທີ່ກໍຄືລັດຖະບານເວເນຊູເອລາທີ່ມີຢູ່ອາເມຣິກາ. ປີ 2019, ອາເມຣິກາໄດ້ເພີ່ມການລົງໂທດຕໍ່ເວເນຊູເອລາຕື່ມອີກໂດຍສະເພາະແມ່ນແນ່ໃສ່ຂົງເຂດນໍ້າມັນເຊື້ອໄຟແລະການທະນາຄານ. ການລົງໂທດເຫຼົ່ານີ້ໄດ້ສ້າງຄວາມຫຍຸ້ງຍາກທາງດ້ານເສດຖະກິດກໍຄືໄພພິບັດດ້ານມະນຸດສະທໍາອັນໜັກໜ່ວງໃຫ້ແກ່ເວເນຊູເອລາ, ທ່ານນາງ ເດວຊີ ໂຣດຣິເກສ ຮອງປະນາທາທິບໍດີເວເນຊູເອລາໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ນັບແຕ່ອາເມຣິກາເພີ່ມການລົງໂທດຕໍ່ປະເທດຕົນເມື່ອປີ 2015 ເປັນຕົ້ນມາ, ຄວາມເສຍຫາຍດ້ານການເງິນຂອງລັດຖະບານເວເນຊູເອລາມີຈໍານວນເຖິງ 232 ຕື້ໂດລາ.

ຫວ່າງມໍ່ໆມານີ້, ທ່ານ ນິໂຄລາສ ມາດູໂຣ ໂມໂຣສ ປະນາທາທິບໍດີເວເນຊູເອລາໄດ້ກ່າວຄໍາປາໄສຜ່ານທາງໂທລະພາບວ່າ: ການທະທໍາຂອງອາເມຣິກາທີ່ສວຍໃຊ້ມະຫາອໍານາດດ້ານເງິນໂດລາກໍຄືທ່າແຮງດ້ານການທະນາຄານເພື່ອລົງໂທດປະເທດອື່ນນັ້ນ, ໄດ້ເຮັດໃຫ້ທົ່ວໂລກຮູ້ສຶກເບື່ອໜ່າຍທີ່ສຸດ, ເວເນຊູເອລາມີຄວາມຈໍາເປັນຕ້ອງຄົ້ນຄວ້າວ່າຄວນເຮັດແນວໃດເພື່ອເຮັດໃຫ້ປະເທດຕົນເຊື່ອມຕໍ່ເຂົ້າກັບຂະບວນການປາສະຈາກເງິນໂດລາໃນທົ່ວໂລກ.

ໃນເວທີເປິກສາຫາລືເສດຖະກິດອາຊີ-ເອີຣົບທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່ານນາງ ໂຣດຣິເກສ ຮອງປະທານາທິບໍດີເວເນຊູເອລາກ່າວວ່າ: ອາເມຣິກາໄດ້ຄວບຄຸມຕາໜ່າງການຄ້າຂາຍດ້ານການທະນາຄານຂອງທົ່ວໂລກ, ພ້ອມທັງໄດ້ຄວບຄຸມເຄື່ອງມືດ້ານກົດໝາຍເພື່ອດໍາເນີນການລົງໂທດຂ້າມຊາດໄດ້ໂດຍນໍາໃຊ້ຕາໜ່າງດັ່ງກ່າວນີ້, ແຕ່ວ່າລະບົບເງິນຕາທີ່ຍຸຕິທໍາຄວນແມ່ນຮັບໃຊ້ທົ່ວໂລກກໍຄືມວນມະນຸດ, ຫາກບໍ່ແມ່ນຮັບໃຊ້ປະເທດມະຫາອໍານາດເທົ່ານັ້ນ.

Share this story on

Messenger Pinterest LinkedIn