ພາສາລາວ

ນະຄອນຫຼວງຄາກຕູມຂອງຊູດັງເກີດການປະທະກັນດ້ວຍກຳລັງອາວຸດ

CRI2023-05-25 11:35:12
Share
Share this with Close
Messenger Pinterest LinkedIn

ນັບແຕ່ຕອນຄ່ຳວັນທີ 23 ຫາທີ 24 ພຶດສະພານີ້ຕາມເວລາທ້ອງຖິ່ນ,ກອງທັບຊູດັງ ກັບ ກອງທັບເຄື່ອນທີ່ໄວຂອງຊູດັງໄດ້ເກີດການປະທະກັນດ້ວຍກຳລັງອາວຸດຢູ່ນະຄອນຫຼວງ ແລະເຂດໃກ້ຄຽງ. ຫຼັງຈາກສັນຍາຢຸດຍິງຊົ່ວຄາວທີ່

ສອງຝ່າຍເຊັນກັນໄດ້ເລີ່ມມີຜົນບັງຄັບໃຊ້ນັບແຕ່ຕອນຄ່ຳວັນທີ 22 ພຶດສະພານີ້,ສຽງການຍິງປະທະກັນໄດ້ດັງຂຶ້ນອີກ.

ວັນທີ 24 ພຶດສະພານີ້, ອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນເຊີແນວຂອງສະວິສໄດ້ປະກາດບົດລາຍງານຫຼ້າສຸດກ່ຽວກັບສະຖານະການຊູດັງໂດຍສະແດງໃຫ້ເຫັນວ່າ: ນັບແຕ່ເກີດການປະທະກັນຢູ່ຊູດັງໃນວັນທີ 15ເມສາແລ້ວນີ້ເປັນຕົ້ນມາ, ໄດ້ເຮັດໃຫ້ປະຊາຊົນປະມານ 1.042.000 ຄົນຊັດເຊພະເນຈອນ, 319.900 ຄົນອົບພະຍົບໄປປະເທດໃກ້ຄຽງ, ຈຳນວນຜູ້ອົບພະຍົບລວມມີຫຼາຍກວ່າ 1.360.000 ຄົນ.

Share this story on

Messenger Pinterest LinkedIn