ພາສາລາວ

ຈັດງານແລກປ່ຽນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ(ເສີນເຈີ້ນ) -ແອັດສະປາຍ(ມາດຼີດ) 2023 ເປີດກວ້າງໂອກາດໃໝ່ການຮ່ວມມື

CRI2023-03-19 16:35:14
Share
Share this with Close
Messenger Pinterest LinkedIn

ຫວ່າງບໍ່ດົນມານີ້, ງານແລກປ່ຽນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ(ເສີນເຈີ້ນ) -ແອັດສະປາຍ(ມາດຼີດ)2023ທີ່ຈັດຕັ້ງປະຕິບັດໂດຍອົງການປົກຄອງປະຊາຊົນນະຄອນເສີນເຈີ້ນຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງມາດຼິດຂອງແອັດສະປາຍ. ທ່ານຊີນເຫວີຍຈົ່ງ, ຮອງເລຂາທິການຄະນະພັກ, ທັງເປັນເຈົ້າຄອງນະຄອນເສີນເຈີ້ນໄດ້ນຳພາຄະນະຜູ້ແທນຂອງນະຄອນເສີນເຈີ້ນແນະນຳໂຄສະນາສະພາບແວດລ້ອມການດຳເນີນທຸລະກິດຂອງນະຄອນເສີນເຈີ້ນໃຫ້ບັນດາຜູ້ແທນຈາກວິສາຫະກິດແລະອົງການຕ່າງໆຂອງແອັດສະປາຍ, ແບ່ງປັນບົດຮຽນການຮ່ວມມືໃນຫຼາຍຂົງເຂດລະຫວ່າງຈີນ-ແອັດສະປາຍ, ສ້າງເວທີການແລກປ່ຽນໃຫ້ແກ່ການຕິດຕໍ່ພົວພັນຢ່າງມີປະສິດທິພາບສູງແລະການສົນທະນາການຮ່ວມມືລະຫວ່າງສິສາຫະກິດນະຄອນເສີນເຈີ້ນແລະແອັດສະປາຍ.

ທ່ານຊີນເຫວີຍຈົ່ງກ່າວຄຳປາໄສວ່າ: ຫວັງວ່າຢູ່ຈຸດເລີ່ມຕົ້ນໃໝ່ທີ່ຈີນແລະແອັດສະແອສປາຍໄດ້ສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ນະຄອນເສີນເຈີ້ນສາມາດຮ່ວມກັນກັບແອັດສະປາຍເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດຕ່າງໆລະຫວ່າງສອງຝ່າຍຢ່າງຮອບດ້ານ, ເຊັ່ນ: ການລົງທຶນການຄ້າ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ການພັດທະນາຂອງການຜະລິດ, ການທະນາຄານ, ພະລັງງານແລະຂົງເຂດອື່ນໆ, ເປີດກວ້າງຊ່ອງຫວ່າງການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ກິລາແລະຂົງເຂດອື່ນໆຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

Share this story on

Messenger Pinterest LinkedIn