ພາສາລາວ

ເລຂາຖະແຫຼງຂ່າວຂອງປະທານາທິບໍດີຣັດເຊຍກ່າວວ່າ: ການລົງໂທດຕໍ່ຣັດເຊຍ ຈະກະທົບເຖິງຕະຫຼາດພະລັງງານສາກົນ

cri2023-02-04 14:09:21
Share
Share this with Close
Messenger Pinterest LinkedIn

ກ່ຽວກັບປະເທດຝ່າຍຕາເວັນຕົກປະຕິບັດມາດຕະການລົງໂທດຕໍ່ຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍ, ວັນທີ 3 ກຸມພານີ້, ທ່ານ ດີມິດຣີ ເພັສຄົຟ ເລຂາຖະແຫຼງຂ່າວຂອງປະທານາທິບໍດີຣັດເຊຍກ່າວວ່າ, ການລົງໂທດຕໍ່ຣັດເຊຍຂອງຝ່າຍຕາເວັນຕົກ ຈະກະທົບເຖິງຕະຫຼາດພະລັງງານສາກົນຕື່ມອີກ, ພ້ອມກັນນັ້ນ, ຣັດເຊຍກໍ່ຈະປະຕິບັດມາດຕະການຕອບໂຕ້ເພື່ອຕ້ານການລົງໂທດ.

ຣັດເຊຍແມ່ນປະເທດຜະລິດນ້ຳມັນເຊື້ອໄຟຕົ້ນຕໍໃນໂລກ, ເອີຣົບອາໄສການສົ່ງອອກນ້ຳມັນດິບຂອງຣັດເຊຍໃນລະດັບສູງມາໂດຍຕະຫຼອດ. ພາຍຫຼັງວິກິດການອູແກຣນຮ້າຍແຮງຂຶ້ນຕື່ມອີກ, ສະຫະພາບເອີຣົບກັບອາເມຣິກາໄດ້ຮ່ວມກັນປະຕິບັດການລົງໂທດຢ່າງເຂັ້ມງວດຕໍ່ຣັດເຊຍ, ແຕ່ການລົງໂທດໄດ້ພາໃຫ້ການສະໜອງພະລັງງານຕໍ່ເອີຣົບເຄັ່ງຕຶງຫຼາຍ, ລາຄາສິນຄ້າເພີ່ມຂຶ້ນຢ່າງໄວວາ.

Share this story on

Messenger Pinterest LinkedIn