ພາສາລາວ

ອາຊີປາຊີຟິກບໍ່ຕ້ອນຮັບແນວຄິດສົງຄາມເຢັນ ແລະ ການເປັນປໍລະປັກກັນລະຫວ່າງພັກຝ່າຍ

CRI2023-02-03 15:13:39
Share
Share this with Close
Messenger Pinterest LinkedIn

ຕໍ່ກັບທ່ານເຈນ ສະຕອນເຕນເບິກ ເລຂາທິການໃຫຍ່ກຸ່ມນາໂຕ ກ່າວຖ້ອຍຄວາມທີ່ແນໃສ່ຈີນຫຼາຍເທື່ອໃນຂະນະທີ່ຢ້ຽມຢາມ ສ.ເກົາຫຼີ ແລະ ຍີ່ປຸ່ນໃນໄລຍະມໍ່ໆມານີ້, ທ່ານ ນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ຈັດຂຶ້ນໃນວັນທີ 2 ກຸມພານີ້ວ່າ: ອາຊີປາຊີຟິກບໍ່ຕ້ອນຮັບແນວຄິດສົງຄາມເຢັນ ແລະ ການເປັນປໍລະປັກກັນລະຫວ່າງພັກຝ່າຍ.

ທ່ານນາງເໝົາໜິງ ເວົ້າວ່າ: ເລຂາທິການໃຫຍ່ກຸ່ມນາໂຕຢ້ຽມຢາມ ສ.ເກົາຫຼີ ແລະ ຍີ່ປຸ່ນ, ແຕ່ພັດຈົງໃຈປຸກປັ່ນກະແສ “ໄພຂົ່ມຂູ່ຈາກຈີນ”, ແບ່ງພັກຝ່າຍດ້ວຍຮູບຖານຈິດສຳນຶກ, ຍຸແຫຍ່ແບ່ງແຍກການພົວພັນລະຫວ່າງປະເທດໃນພາກພື້ນ ເຊິ່ງເປັນເຈຕະນາທີ່ເຮັດໃຫ້ຄົນຕ້ອງລະວັງຕົວ. ຈີນສຸມໃສ່ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ບໍ່ສ້າງກຸ່ມກ້ອນເພື່ອຍາດແຍ່ງອິດທິພົນໃນພາກພື້ນ, ບໍ່ມີເຈຕະນາຢາກທ້າທາຍເກາະຜິດ ຫຼື ຂົ່ມຂູ່ປະເທດໃດໆ. ການມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນອາຊີປາຊີຟິກ ແມ່ນຍ້ອນຄວາມພະຍາຍາມຮ່ວມຈາກປະເທດຕ່າງໆ ໃນພາກພື້ນ. ອາຊີປາຊີຟິກບໍ່ຕ້ອນຮັບແນວຄິດສົງຄາມເຢັນ ແລະ ການເປັນປໍລະປັກກັນລະຫວ່າງພັກຝ່າຍ. ກຸ່ມນາໂຕຄວນສຳນຶກຄືນຢ່າງເລິກເຊິ່ງວ່າ ໂຕເອງໄດ້ມີບົດບາດຫຍັງຕໍ່ຄວາມໝັ້ນຄົງຢູ່ເອີຣົບ, ບໍ່ຄວນສ້າງຄວາມປັ່ນປ່ວນໃຫ້ກັບເອີຣົບແລ້ວ ຍັງຢາກສ້າງຄວາມປັ່ນປ່ວນໃຫ້ກັບອາຊີປາຊີຟິກ ແລະ ໂລກອີກ.

Share this story on

Messenger Pinterest LinkedIn