ພາສາລາວ

ຫຼາຍປະເທດໄດ້ຈັດກິດຈະກຳສະເຫຼີມສະຫຼອງບຸນກຸດຈີນປີກະຕ່າຍ

cri2023-01-25 13:15:03
Share
Share this with Close
Messenger Pinterest LinkedIn

ບຸນກຸດຈີນແມ່ນບຸນປະເພນີທີ່ສຳຄັນທີ່ສຸດຂອງຈີນ, ກໍແມ່ນວັນບຸນທີ່ສຳຄັນສຳລັບຊາວຈີນຕ່າງດ້າວ, ສອງມື້ທີ່ຜ່ານມາ, ຫຼາຍແຫ່ງໃນໂລກໄດ້ຈັດກິດຈະກຳທີ່ຫຼາກຫຼາຍສີສັນ ເພື່ອສະເຫຼີມສະຫຼອງບຸນກຸດຈີນ.

ຢູ່ບູນົສໄອເຣັດສ໌ ນະຄອນຫຼວງອາກຊັງຕິນ, ໄດ້ຈັດກິດຈະກຳສະເຫຼີມສະຫຼອງຕ່າງໆພາຍໃຕ້ຫົວຂໍ້ “ບຸນກຸດຈີນທີ່ເບີກບານມ່ວນຊື່ນ 2023” ໃນຫວ່າງມໍ່ໆມານີ້, ໂດຍໄດ້ດຶງດູດຊາວຕ່າງປະເທດເຊື້ອສາຍຈີນ, ຊາວຈີນຕ່າງດ້າວ ແລະປະຊາຊົນທ້ອງຖິ່ນເກືອບ 1 ແສນຄົນເຂົ້າຮ່ວມ. ກິດຈະກຳໄດ້ລວມມີການເຊີດສິງ, ການເຊີດມັງກອນ ແລະຊິມອາຫານຈີນທີ່ແຊບຊ້ອຍເປັນຕົ້ນ.

ເພື່ອສະເຫຼີມສະຫຼອງບຸນກຸດຈີນ ແລະການສ້າງສາຍພົວພັນທາງການທູດຈີນ-ຝຣັ່ງຄົບຮອບ 59 ປີ, ສະຖານທູດຈີນປະຈຳຝຣັ່ງໄດ້ຈັດກິດຈະກຳ “ຄ່ຳຄືນແຫ່ງວັດທະນະທຳດ້ານອາຫານຈີນ-ຝຣັ່ງ” ຢູ່ທີ່ສຳນັກງານໃຫຍ່ອົງການ UNESCO.

ກິດຈະກຳແຫ່ຂະບວນໃນບຸນກຸດຈີນທີ່ຈັດຂຶ້ນຢູ່ນະຄອນວັງຄູແວກປະເທດການາດາໄດ້ມີປະຫວັດສາດຫຼາຍສິບປີແລ້ວ. ຝ່າຍເຈົ້າພາບຈັດງານຄາດວ່າ, ສຳລັບກິດຈະກຳຂອງປີນີ້, ມີຫຼາຍກວ່າເກົ່າ 5 ພັນຄົນເຂົ້າຮ່ວມການແຫ່ຂະບວນ ແລະມີຜູ້ຊົມຫຼາຍກວ່າ 1 ແສນຄົນ.

ນອກຈາກນີ້, ສະຖານທູດຈີນປະຈຳອີຣານ, ສະຖານທູດຈີນປະຈຳໂມຣິດ, ສະຖານທູດຈີນປະຈຳສະຫະລັດອາຣັບ ເອມີເລດ ເປັນຕົ້ນຕ່າງກໍໄດ້ຈັດກິດຈະກຳສະເຫຼີມສະຫຼອງບຸນກຸດຈີນ.

Share this story on

Messenger Pinterest LinkedIn