ພາສາລາວ

ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະເດັກນ້ອຍຢູ່ອາຟຣິກາຢູ່ໃນລະດັບສູງຍ້ອນຜົນກະທົບຈາກໂຄວິດ-19

CRI2022-12-02 10:59:31
Share
Share this with Close
Messenger Pinterest LinkedIn

ອີງຕາມບົດລາຍງານສະບັບຫຼ້າສຸດທີ່ອົງການອະນາໄມໂລກເປີດເຜີຍໃນວັນທີ 1 ທັນວານີ້ ສະແດງໃຫ້ເຫັນວ່າ: ໃນ 10 ປີຜ່ານມາ, ຜົນຄືບໜ້າຂອງການເຮັດໃຫ້ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະ ເດັກນ້ອຍຫຼຸດລົງຢູ່ອາຟຣິກາພວມຊັກຊ້າລົງ, ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຜົນຄືບໜ້າດັ່ງກ່າວແມ່ນບໍ່ສາມາດເຫັນໄປໃນ ແງ່ດີໄດ້.

ເຈົ້າໜ້າທີ່ຝ່າຍວິເຄາະແລະຄຸ້ມຄອງຕົວເລກຂໍ້ມູນຂອງສຳນັກງານອົງການອະນາໄມໂລກ ປະຈຳພາກພື້ນອາຟຣິກາກ່າວວ່າ: “ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະ ເດັກນ້ອຍຫຼຸດລົງນັ້ນພວມຊັກຊ້າລົງຢ່າງວ່ອງໄວ. ອີງຕາມຄວາມໄວຫຼຸດລົງໃນປັດຈຸບັນ, ອັດຕາການເສຍຊີວິດຂອງແມ່ຍິງຖືພາ ແລະ ເກີດລູກຢູ່ອາຟຣິກາເມື່ອຮອດປີ 2030 ຈະເປັນ 5 ເທົ່າຂອງເປົ້າໝາຍການພັດທະນາແບບຍືນຍົງ ແລະ ອັດຕາການເສຍຊີວິດຂອງເດັກນ້ອຍຈະຫຼາຍກວ່າ 2 ເທົ່າຂອງເປົ້າໝາຍດັ່ງກ່າວ. ຢາກຈະບັນລຸເປົ້າໝາຍຫຼຸດລົງຮອດປີ 2030 ຂອງອັດຕາການເສຍຊີວິດຂອງແມ່ຍິງຖືພາ ແລະ ເກີດລູກ, ທະວີບອາຟຣິກາຕ້ອງເຮັດໃຫ້ອັດຕາການເສຍຊີວິດຕາມຄາດໝາຍຂອງກຸ່ມຄົນດັ່ງກ່າວຫຼຸດລົງ 86%. ແຕ່ອີງຕາມຈັງຫວະການຫຼຸດລົງໃນປັດຈຸບັນແລ້ວ, ຢາກຈະບັນລຸເປົ້າໝາຍດັ່ງກ່າວແມ່ນຍາກຫຼາຍ.”

Share this story on

Messenger Pinterest LinkedIn