ພາສາລາວ

ສະພາຄວາມໝັ້ນຄົງອົງການ ສປຊ ຈັດພິທີກົ້ມຫົວໄວ້ອາໄລຕໍ່ການມໍລະນະກຳຂອງທ່ານຈ່ຽງເຈີມິນ

CRI2022-12-02 10:59:37
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກຜ່ານມາຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການ ສປຊ ຈັດພິທີກົ້ມຫົວໄວ້ອາໄລຕໍ່ການມໍລະນະກຳຂອງທ່ານຈ່ຽງເຈີມິນ.

ທ່ານຮາໂຣນ ອັກເຢເມນ ປະທານໝູນວຽນສະພາຄວາມໝັ້ນຄົງອົງການ ສປຊ, ຜູ້ຕາງໜ້າຖາວອນການາປະຈຳອົງການ ສປຊ ກ່າວວ່າ: ທ່ານຈ່ຽງເຈີມິນ ອະດີດປະທານປະເທດຈີນໄດ້ປະກອບສ່ວນອັນໃຫຍ່ຫຼວງຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກ, ພ້ອມທັງໄດ້ປະກອບສ່ວນອັນໃຫຍ່ຫຼວງຕໍ່ການປະຕິຮູບ, ການເປີດປະຕູສູ່ພາຍນອກ, ການຫັນເປັນທັນສະໄໝ ແລະ ການພັດທະນາຂອງເສດຖະກິດຈີນ, ປະຊາຄົມໂລກຈົດຈຳທ່ານຈ່ຽງເຈີມິນ, ການມໍລະນະກຳຂອງທ່ານເປັນຄວາມສູນເສຍອັນໃຫຍ່ຫຼວງຕໍ່ຈີນ ກໍຄືຕໍ່ປະຊາຄົມໂລກ.

ຫຼັງຈາກນັ້ນ, ຜູ້ຕາງໜ້າຂອງບັນດາປະເທດໄດ້ລຸກຢືນຂຶ້ນກົ້ມຫົວໄວ້ອາໄລເປັນເວລາ 1 ນາທີ.

Share this story on

Messenger Pinterest LinkedIn