ພາສາລາວ

ອົງການອຸຕຸນິຍົມໂລກເຜີຍແຜ່ “ບົດລາຍງານສະພາບຊັບພະຍາກອນນ້ຳທົ່ວໂລກ” ສະບັບທຳອິດ

cri2022-12-01 13:04:57
Share
Share this with Close
Messenger Pinterest LinkedIn

ວັນທີ 29 ພະຈິກຜ່ານມາ, ອົງການອຸຕຸນິຍົມໂລກໄດ້ເຜີຍແຜ່ “ບົດລາຍງານສະພາບຊັບພະຍາກອນນ້ຳທົ່ວໂລກ” ສະບັບທຳອິດ ໂດຍໄດ້ສະຫຼຸບຊັບພະຍາກອນນ້ຳຈືດທີ່ໃຊ້ໄດ້ຂອງທົ່ວໂລກ ພາຍໃຕ້ເບື້ອງຫຼັງການປ່ຽນແປງຂອງດິນຟ້າອາກາດ.

ບົດລາຍງານສະບັບນີ້ມີຈຸດປະສົງປະເມີນຜົນສະທ້ອນຂອງການປ່ຽນແປງດ້ານອຸຕຸນິຍົມ, ສິ່ງແວດລ້ອມ ແລະ ສັງຄົມ ທີ່ມີຕໍ່ຊັບພະຍາກອນນ້ຳ ເພື່ອສະໜັບສະໜູນການຕິດຕາມ ແລະ ຄຸ້ມຄອງຊັບພະຍາກອນນ້ຳຈືດໃນທົ່ວໂລກ ພາຍໃຕ້ເບື້ອງຫຼັງທີ່ມີຄວາມຕ້ອງການນັບມື້ນັບເພີ່ມຂຶ້ນ ແຕ່ການສະໜອງຊ້ຳພັດພັດມີຈຳກັດ.

ບົດລາຍງານໄດ້ສະຫຼຸບປະລິມານການໄຫຼຂອງນ້ຳຂອງແມ່ນ້ຳສຳຄັນຢູ່ໃນທົ່ວໂລກ ພ້ອມທັງສະພາບການນ້ຳນອງ ແລະ ສະພາບໄພແຫ້ງແລ້ງຕົ້ນຕໍ, ໄດ້ວິເຄາະການປ່ຽນແປງຂອງການສະສົມນ້ຳທາງບົກ, ໃນຂະນະດຽວກັນ, ໄດ້ເນັ້ນໜັກເຖິງບົດບາດສຳຄັນ ແລະ ຄວາມອ່ອນແອຂອງວົງນ້ຳກ້າມ.

ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ປັດຈຸບັນ, ທົ່ວໂລກມີປະຊາກອນ 3,6 ຕື້ຄົນປີໜຶ່ງຂາດນ້ຳໃຊ້ຢ່າງໜ້ອຍໜຶ່ງເດືອນ, ຄາດວ່າ ເມື່ອຮອດປີ 2050, ຕົວເລກດັ່ງກ່າວຈະເພີ່ມຂຶ້ນເປັນ 5 ຕື້ຄົນຂຶ້ນໄປ.

Share this story on

Messenger Pinterest LinkedIn