ພາສາລາວ

ສະຫະພາບເອີຣົບໄດ້ອາຍັດຄັງສຳຮອງເງິນຕາຕາງປະເທດທີ່ມີມູນຄ່າ 300 ຕື້ເອີໂຣຂອງທະນາຄານກາງຣັດເຊຍ

cri2022-12-01 13:06:06
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກຜ່ານມາ, ທ່ານນາງວົນ ເດີ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການວ່າ: ສະຫະພາບເອີຣົບໄດ້ອາຍັດຄັງສຳຮອງເງິນຕາຕາງປະເທດທີ່ມີມູນຄ່າ 300 ຕື້ເອີໂຣຂອງທະນາຄານກາງຣັດເຊຍ ແລະ ສະເໜີໃຫ້ຍຶດເອົາຊັບສິນຣັດເຊຍອື່ນໆ ທີ່ຖືກອາຍັດໄວ້ແລ້ວ.

ຕາມຂ່າວແຈ້ງວ່າ: ໃນຫຼາຍເດືອນຜ່ານມານີ້, ເຈົ້າໜ້າທີ່ສະຫະພາບເອີຣົບ, ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆ ໄດ້ເປິກສາຫາລືກັນມາໂດຍຕະຫຼອດວ່າ: ຈະເຮັດແນວໃດ ເພື່ອກັກຊັບສິນພາກລັດ ແລະ ເອກະຊົນຂອງຣັດເຊຍທີ່ຖືກອາຍັດໄວ້ຢູ່ຕ່າງປະເທດຢ່າງຖືກຕ້ອງຕາມກົດໝາຍ.

ແຕ່ຢູ່ພາຍໃນປະເທດສະມາຊິກສະຫະພາບເອີຣົບສ່ວນຫຼາຍ, ມີແຕ່ພາຍໃຕ້ສະພາບທີ່ຖືກຕັດສິນຕ້ອງໂທດອາຍາ, ການອາຍັດຊັບສິນຈິ່ງຖືກຕ້ອງຕາມກົດໝາຍ. ຊັບສິນຈຳນວນຫຼວງຫຼາຍຂອງພົນລະເມືອງຣັດເຊຍ ທີ່ຖືກຈັດເຂົ້າໃນບັນຊີດຳນັ້ນ ລ້ວນແຕ່ຍຶດເອົາ ຫຼື ອາຍັດໄດ້ຍາກ, ຍ້ອນວ່າຊັບສິນເຫຼົ່ານີ້ສ່ວນຫຼາຍຖືກຈົດທະບຽນຢູ່ຕາມບັນຊີຂອງສະມາຊິກຄອບຄົວຂອງເຂົາເຈົ້າ ຫຼື ບັນຊີຂອງຄົນອື່ນ.

ຣັດເຊຍໃຫ້ຄຳຕອບຕໍ່ເລື່ອງນີ້ວ່າ: ການອາຍັດຄັງສຳຮອງເງິນຕາຕ່າງປະເທດຂອງທະນາຄານກາງ ແລະ ຊັບສິນຂອງພົນລະເມືອງຣັດເຊຍເປັນການກະທຳທີ່ຜິດກົດໝາຍ.

Share this story on

Messenger Pinterest LinkedIn