ພາສາລາວ

ອິນເດຍຍົກເລີກມາດຕະການຈຳກັດການສົ່ງອອກເຂົ້າສານ

cri2022-12-01 11:06:35
Share
Share this with Close
Messenger Pinterest LinkedIn

ວັນທີ 29 ພະຈິກຜ່ານມານີ້, ອົງການການຄ້າຕ່າງປະເທດອິນເດຍແຈ້ງການວ່າ: ໄດ້ຍົກເລີກມາດຕະການຈຳກັດການສົ່ງອອກເຂົ້າສານບາງປະເພດທີ່ເລີ່ມປະຕິບັດໃນເດືອນກັນຍາປີນີ້.

ນັບແຕ່ວັນທີ 9 ກັນຍາປີນີ້ເປັນຕົ້ນມາ, ລັດຖະບານອິນເດຍໄດ້ເພີ່ມການເກັບພາສີສົ່ງອອກ 20% ຕໍ່ເຂົ້າເຄິ່ງ ສຸກ ແລະເຂົ້າຫອມອິນເດຍ ພ້ອມທັງຫ້າມບໍ່ໃຫ້ສົ່ງອອກເຂົ້າບາງປະເພດ ເພື່ອຮັບປະກັນການສະໜອງເຂົ້າສານພາຍໃນປະເທດອິນເດຍ.

ສື່ມວນຊົນອິນເດຍລາຍງານວ່າ: ໃນ 6 ເດືອນທຳອິດຂອງສົກງົບປະມານປີນີ້ ຄື ແຕ່ເດືອນເມສາຫາເດືອນກັນຍາປີນີ້, ຍອດມູນຄ່າການສົ່ງອອກເຂົ້າສານຂອງອິນເດຍໄດ້ບັນລຸເຖິງ 5,5 ຕື້ໂດລາສະຫະລັດແລ້ວ, ສ່ວນໃນສົກງົບປະມານທີ່ຜ່ານມາແມ່ນ 9,7 ຕື້ໂດລາຫະລະລັດ.

Share this story on

Messenger Pinterest LinkedIn