ພາສາລາວ

ສະຫະພາບເອີຣົບຈະ “ຕອບໂຕ້ຄືນຢ່າງແຂງແຮງ” ຕໍ່ “ກົດໝາຍວ່າດ້ວຍການຫຼຸດຜ່ອນລະດັບເງິນເຟີ້” ຂອງອາເມຣິກາ

CRI2022-11-30 10:52:28
Share
Share this with Close
Messenger Pinterest LinkedIn

ວັນທີ 29 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດ ແລະ ການອະນຸລັກດິນຟ້າອາກາດສະຫະພັນເຢຍລະມັນກ່າວວ່າ: ສະຫະພາບເອີຣົບຈະ “ຕອບໂຕ້ຄືນຢ່າງແຂງແຮງ” ຕໍ່ “ກົດໝາຍວ່າດ້ວຍການຫຼຸດຜ່ອນລະດັບເງິນເຟີ້” ຂອງອາເມຣິກາ ແລະ ສະຫະພາບເອີຣົບໄດ້ກຽມພ້ອມແລ້ວ ເພື່ອການປະທະກັນດ້ານການຄ້າກັບອາເມຣິກາ.

ທ່ານໂຣເບີດ ຮາເບັກກ່າວຕື່ມວ່າ: “ກົດໝາຍວ່າດ້ວຍການຫຼຸດຜ່ອນລະດັບເງິນເຟີ້” ທີ່ມີມູນຄ່າ 370 ຕື້ໂດລາຂອງອາເມຣິກາ ໄດ້ສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດອາເມຣິກາ. ສະນັ້ນ, ເອີຣົບຕ້ອງປະຕິບັດມາດຕະການທີ່ຄ້າຍຄືກັນ ເພື່ອຕອບໂຕ້ຄືນ. ທ່ານກ່າວຕື່ມອີກວ່າ: ອາເມຣິກາໄດ້ປະຕິບັດມາດຕະການທີ່ບໍ່ສອດຄ່ອງກັບຫຼັກການຂອງອົງການການຄ້າໂລກ ເພື່ອຫຼຸດລະດັບເງິນເຟີ້ໃຫ້ຕ່ຳລົງ, ເອີຣົບກໍຄວນມີແຜນການທີ່ສົມຄູ່ກັນ. ທ່ານໂຣເບີດ ຮາເບັກມີຄຳເຫັນວ່າ: ເຢຍລະມັນ ແລະ ສະຫະພາບເອີຣົບ ຕ້ອງການນະໂຍບາຍດ້ານອຸດສາຫະກຳທີ່ຕັ້ງໜ້າກວ່າເກົ່າ, “ພວກເຮົາຈະບໍ່ໃຫ້ເຢຍລະມັນເສຍຖານະທີ່ເປັນຖານອຸດສາຫະກຳ”.

Share this story on

Messenger Pinterest LinkedIn