ພາສາລາວ

ທ່ານຫຼີເຄີ້ສຽງກ່າວຄຳປາໄສໃນກອງປະຊຸມສົນທະນາຂອງນັກທຸລະກິດ ແລະອະດີດເຈົ້າໜ້າທີ່ອາວຸໂສຈີນ-ຍີ່ປຸ່ນຮອບທີ 8

cri2022-11-30 10:41:52
Share
Share this with Close
Messenger Pinterest LinkedIn

ວັນທີ 28 ພະຈິກນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ກ່າວຄຳປາໄສຜ່ານທາງວີດີໂອໃນກອງປະຊຸມສົນທະນາຂອງນັກທຸລະກິດ ແລະອະດີດເຈົ້າໜ້າທີ່ອາວຸໂສຈີນ-ຍີ່ປຸ່ນຮອບທີ 8.

ທ່ານຫຼີເຄີ້ສຽງກ່າວວ່າ: ຈີນກັບຍີ່ປຸ່ນເປັນປະເທດບ້ານໃກ້ເຮືອນຄຽງທີ່ຍົກຍ້າຍບໍ່ໄດ້ ແລະຕ່າງກໍເປັນກຸ່ມເສດຖະກິດທີ່ສຳຄັນໃນໂລກ ໂດຍມີຜົນປະໂຫຍດຮ່ວມ ແລະຂົງເຂດການຮ່ວມມືຢ່າງກວ້າງຂວາງ. ການຮັບປະກັນການພົວພັນຈີນ-ຍີ່ປຸ່ນໃຫ້ພັດທະນາຢ່າງປອດໃສ ແລະໝັ້ນທ່ຽງ ແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ, ມີຜົນດີຕໍ່ຄວາມຜາສຸກຂອງປະຊາຊົນສອງຊາດ ພ້ອມທັງມີຜົນດີຕໍ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ກໍຄືຂອງໂລກ. ໃນອະນາຄົດ, ສອງປະເທດຕ້ອງສຸມກຳລັງເຂົ້າໃນການຢູ່ຮ່ວມກັນໂດຍສັນຕິ ແລະມີໄມຕີຈິດມິດຕະພາບຕໍ່ກັນ, ປະຕິບັດຕາມຫຼັກການຕ່າງໆທີ່ກຳນົດໄວ້ຢູ່ໃນເອກະສານການເມືອງ 4 ສະບັບລະຫວ່າງຈີນກັບຍີ່ປຸ່ນ, ມີຄວາມເຫັນແບບພາວະວິໄສ ແລະມີສະຕິຕໍ່ການພັດທະນາຂອງແຕ່ລະຝ່າຍ, ເຄົາລົບນັບຖື ແລະປະພຶດຕໍ່ກັນຢ່າງສະເໝີພາບເຊິ່ງກັນແລະກັນ, ຮັກສາສະພາບແວດລ້ອມພາຍນອກທີ່ມີສັນຕິພາບ ແລະສະພາບແວດລ້ອມອ້ອມຂ້າງທີ່ໝັ້ນທ່ຽງ ເພື່ອບັນລຸການພັດທະນາຮ່ວມກັນຂອງຈີນ ແລະຍີ່ປຸ່ນ ກໍຄືບັນດາປະເທດໃນພາກພື້ນ.

Share this story on

Messenger Pinterest LinkedIn