ພາສາລາວ

“ທ້າຍອາທິດນອງເລືອດ” ເກີດຂຶ້ນອີກຢູ່ອາເມຣິກາ ປີນີ້ຜູ້ເສຍຊີວິດຈາກເຫດຍິງກັນມີ 40.000 ກວ່າຄົນແລ້ວ

CRI2022-11-28 15:07:03
Share
Share this with Close
Messenger Pinterest LinkedIn

ເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນແມ່ນບັນຫາໜັກໜ່ວງມາໂດຍຕະຫຼອດໃນສັງ ຄົມຂອງອາເມຣິກາ. ໃນທ້າຍອາທິດຜ່ານມາ, ຢູ່ອາເມຣິກາໄດ້ເກີດເຫດຍິງກັນຫຼາຍເທື່ອ ຢູ່ຫຼາຍແຫ່ງຂອງອາເມຣິກາ, ເຮັດໃຫ້ມີຫຼາຍຄົນເສຍຊີວິດ ແລະ ບາດເຈັບ.

ອີງຕາມຕົວເລກສະຖິຕິທີ່ເວັບໄຊ “ກັນວອຍເລນສ” (Gun Violence Archive) ຂອງອາເມຣິກາເປີດເຜີຍໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ ຮອດວັນທີ 26 ພະຈິກນີ້, ອາເມຣິກາມີ 40.057 ຄົນໄດ້ເສຍຊີວິດຈາກເຫດຍິງກັນຕ່າງໆ ເຊິ່ງຈຳນວນຜູ້ເສຍຊີວິດຈາກ ເຫດຍິງກັນຫຼາຍກວ່າ 40.000 ຄົນຢູ່ອາເມຣິກາເປັນປີທີ 3 ຢ່າງຕໍ່ເນື່ອງແລ້ວ, ນອກນີ້, ປີນີ້ຍັງມີ 35.000 ກວ່າຄົນໄດ້ຖືກບາດເຈັບຈາກເຫດຍິງກັນຕ່າງໆ. ຕົວເລກສະຖິຕິຂອງ ເວັບໄຊດັ່ງກ່າວຍັງສະແດງໃຫ້ເຫັນອີກວ່າ: ມາຮອດວັນທີ 26 ພະຈິກນີ້, ປີນີ້ຢູ່ອາເມຣິກາ ໄດ້ເກີດເຫດຍິງກັນທີ່ມີ 4 ຄົນເສຍຊີວິດ ແລະບາດເຈັບເປັນຢ່າງໜ້ອຍນ້ັນ ໄດ້ມີ 613 ເທື່ອແລ້ວ ເຊິ່ງກໍເປັນປີທີ 3 ຢ່າງຕໍ່ເນື່ອງທີ່ຕົວເລກດັ່ງກ່າວໄດ້ມີຫຼາຍກວ່າ 600 ເທື່ອ.

Share this story on

Messenger Pinterest LinkedIn