ພາສາລາວ

ຈັດກອງປະຊຸມສຳມະນາ “ໄມຕີຈິດມິດຕະພາບຈີນ-ຍີ່ປຸ່ນ ແລະຄວາມຮັບຜິດຊອບດ້ານປະຫວັດສາດ”ຄັ້ງທຳອິດ

cri2022-11-28 10:50:59
Share
Share this with Close
Messenger Pinterest LinkedIn

ວັນທີ 27 ພະຈິກນີ້, ກອງປະຊຸມສຳມະນາ “ໄມຕີຈິດມິດຕະພາບຈີນ-ຍີ່ປຸ່ນ ແລະຄວາມຮັບຜິດຊອບດ້ານປະຫວັດສາດ”ຄັ້ງທຳອິດ ທີ່ຈັດໂດຍມູນນິທິການພັດທະນາສິດທິມະນຸດຈີນ ແລະສະມາຄົມມິດຕະພາບຍີ່ປຸ່ນ-ຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ແລະນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໂດຍມີຜູ້ຊ່ຽວຊານ ແລະນັກວິຊາການ 80 ກວ່າທ່ານທີ່ມາຈາກຈີນ ແລະຍີ່ປຸ່ນ ເຂົ້າຮ່ວມ ຜ່ານທາງອອນລາຍ ແລະອັອຟລາຍ.

ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ: ອົງການຈັດຕັ້ງທາງສັງຄົມຂອງສອງປະເທດຈີນ ແລະຍີ່ປຸ່ນຄວນເຄື່ອນໄຫວຢ່າງຕັ້ງໜ້າ, ປັບປຸງ ແລະຮັດແໜ້ນພື້ນຖານປະຊາມະຕິກ່ຽວກັບການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນໃຫ້ຫຼາຍກວ່າເກົ່າເຂົ້າໃນການສ້າງການພົວພັນຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຕ້ອງການຂອງຍຸກໃໝ່.

ທ່ານປະທານສະມາຄົມມິດຕະພາບຍີ່ປຸ່ນ-ຈີນກ່າວວ່າ: ການພັດທະນາການພົວພັນຈີນ-ຍິ່ປຸ່ນທີ່ຫັນໜ້າໄປສູ່ອະນາຄົດ ຕ້ອງຖືເອົາການປະເຊີນໜ້າກັບຄວາມຈິງຂອງປະຫວັດສາດຢ່າງບໍ່ມີຄວາມເຫັນເປັນອະຄະຕິ. ຍີ່ປຸ່ນຕ້ອງຍອມຮັບ ແລະທົບທວນຄືນປະຫວັດສາດການຮຸກຮານຈີນ ພ້ອມທັງເຜີຍແຜ່ຄວາມຈິງດ້ານປະຫວັດສາດທີ່ຖືກຕ້ອງໃຫ້ແກ່ໄວໜຸ່ມຮຸ່ນໃໝ່ຂອງຍີ່ປຸ່ນ. ການພັດທະນາໄມຕີຈິດມິດຕະພາບຍີ່ປຸ່ນ-ຈີນຢ່າງໝັ້ນທ່ຽງ ຕ້ອງການຄວາມໄວ້ເນື້ອເຊື່ອໃຈກັນ ແລະຄວາມພະຍາຍາມຮ່ວມກັນຂອງປະຊາຊົນສອງປະເທດ.

Share this story on

Messenger Pinterest LinkedIn