ພາສາລາວ

ເງິນຢວນຈີນລື່ນກາຍໂດຣາສະຫະລັດກາຍເປັນເງິນຕາຕ່າງປະເທດທີ່ມີຈຳນວນຊື້ຂາຍຫຼາຍທີ່ສຸດຢູ່ຕະຫຼາດຫຼັກຊັບມົສກູປະເທດຣັດເຊຍເປັນຄັ້ງທຳອິດ

cri2022-10-05 11:19:48
Share
Share this with Close
Messenger Pinterest LinkedIn

ເວັບໄຊໃຫ້ຄຳປຶກສາດ້ານການຄ້າຂອງຣັດເຊຍໄດ້ນຳເອົາຕົວເລກຕະຫຼາດຫຼັກຊັບມົສກູມາລາຍງານວ່າ: ວັນທີ 3 ຕຸລານີ້, ຕະຫຼາດຫຼັກຊັບມົສກູໄດ້ສຳເລັດການຊື້ຂາຍເງິນຢວນຈີນ ແລະຣູບ ແບບT+1ທັງໝົດ 64.900 ຄັ້ງໃນມູນຄ່າເຖິງ 70,3 ຕື້ຣູບ, ການຊື້ຂາຍໂດຣາສະຫະລັດ ແລະຣູບໃນມື້ດຽວກັນມີ 29.500 ຄັ້ງໃນມູນຄ່າ 68,2 ຕື້ຣູບ. ຈຳນວນຊື້ຂາຍເງິນຢວນຈີນຢູ່ຕະຫຼາດຫຼັກຊັບມົສກູໄດ້ລື່ນກາຍໂດຣາເປັນຄັ້ງທຳອິດ, ເງິນຢວນຈີນໄດ້ກາຍເປັນເງິນຕາຕ່າງປະເທດທີ່ຊື້ຂາຍຫຼາຍທີ່ສຸດໃນຕະຫຼາດຫຼັກຊັບມົສກູ.

ເງິນຢວນຈີນໄດ້ຮັບຄວາມນິຍົມຊົມຊອບເຊັ່ນດຽວກັນ ຢູ່ຕະຫຼາດຫຼັກຊັບມົສກູໃນວັນທີ 4 ຕຸລານີ້, ມາຮອດເລີກຕະຫຼາດ, ຈຳນວນຊື້ຂາຍໂດຣາ ແລະຣູບແມ່ນ 59,4 ຕື້ຣູບ, ຈຳນວນຊື້ຂາຍເງິນຢວນຈີນ ແລະຣູບແມ່ນ 63,9 ຕື້ຣູບ, ຈໍານວນຊື້ຂາຍຣູບ ແລະເອີໂຣມີພຽງແຕ່ 47,3 ຕື້ຣູບ.

Share this story on

Messenger Pinterest LinkedIn