ພາສາລາວ

ອັດຕາເງິນເຟີ້ຂອງພາກພື້ນອົງການ OECD ໃນເດືອນສິງຫາແມ່ນ 10,3%

CRI2022-10-05 10:41:14
Share
Share this with Close
Messenger Pinterest LinkedIn

ວັນທີ 4 ຕຸລານີ້, ອົງການຮ່ວມມືເສດຖະກິດແລະພັດທະນາ ຫຼື OECD ລາຍງານວ່າ, ອັດຕາເງິນເຟີ້ທີ່ຊັ່ງຊາດ້ວຍຕັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງພາກພື້ນອົງການ OECD ໄດ້ຮັກສາຄວາມໝັ້ນທ່ຽງໃນຂັ້ນພື້ນຖານໃນເດືອນສັງຫາແລ້ວນີ້ ໂດຍບຸນລຸເຖິງ 10,3%, ສ່ວນໃນເດືອນກໍລະກົດແມ່ນ 10,2%, ໃນເດືອນມິຖຸນາແມ່ນ 10,3%.

ລະຫວ່າງເດືອນກໍລະກົດຫາເດືອນສິງຫາປີນີ້, ໃນ 38 ປະເທດສະມາຊິກຂອງອົງການ OECD ,ອັດຕາເງິນເຟີ້ໂດຍລວມຂອງ 16 ປະເທດສະມາຊິກເລີ່ມຫຼຸດຕ່ຳລົງ, ຕົ້ນຕໍແມ່ນຍ້ອນວ່າລາຄາພະລັງງານເພີ່ມຂຶ້ນຊ້າລົງ. ແຕ່ລະດັບເງິນເຟີ້ຂອງ 15 ປະເທດສະມາຊິກຍັງຢູ່ລະດັບສູງໃນເດືອນສິງຫາ, ໃນນັ້ນ ໄພເງິນເຟີ້ຂອງແອສໂຕນີ, ລັດວີ, ລີຕົວນີ ແລະ ຕູລາເຄຍແມ່ນຮ້າຍແຮງທີ່ສຸດ.

ອົງການ OECD ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີນັ້ນສ້າງຕັ້ງຂຶ້ນໃນປີ 1961, ປັດຈຸບັນມີ 38 ປະເທດສະມາຊິກ ເຊິ່ງລວມທັງອາເມຣິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ປະເທດອື່ນໆ.

Share this story on

Messenger Pinterest LinkedIn