ພາສາລາວ

ທ່ານວາງຢີ້ພົບປະກັບທ່ານລາຟໂລຟ ລັດຖະມົນຕີການຕ່າງປະເທດຣັດເຊຍ

CRI2022-09-23 11:05:58
Share
Share this with Close
Messenger Pinterest LinkedIn

ວັນທີ 21 ກັນຍານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະທ່ານເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໃນໄລຍະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77.

ທ່ານລາຟໂລຟກ່າວວ່າ, ຣັດເຊຍຍິນດີພ້ອມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດໃນກອງປະຊຸມສຸດຍອດຊາມາວຮານຂອງອົງການຮ່ວມມືຊຽງໄຮ, ຊຸກຍູ້ການຮ່ວມມືແບບຕິດແທດຕົວຈິງລະຫວ່າງສອງປະເທດຢ່າງຕໍ່ເນື່ອງ.ຂໍ້ລິເລິ່ມການພັດທະນາທົ່ວໂລກ ແລະ ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກທີ່ທ່ານປະທານສີຈີ້ນຜິງສະເໜີອອກນັ້ນແມ່ນສຳຄັນຫຼາຍ, ຈະເຕົ້າໂຮມກຳລັງແຮງສັງລາມຂອງປະຊາຄົມໂລກເພື່ອຊຸກຍູ້ສັນຕິພາບ, ການພັດທະນາ, ສະເໝີພາບ ແລະ ຄວາມທ່ຽງທຳຂອງໂລກ, ຣັດເຊຍຍ້ອງຍໍໃນລະດັບສູງ ແລະ ສະໜັບສະໜູນຢ່າງຕັ້ງໜ້າ. ຄອງຄອຍເພີ່ມທະວີການປະສານງານລະຫວ່າງສອງປະເທດໃນອົງການສາກົນ ແລະ ພາກພື້ນຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ,ອົງການຮ່ວມມືຊຽງໄຮ ແລະ ບຣິກສ໌ເປັນຕົ້ນ.

ທ່ານວາງຢີ້ກ່າວວ່າ, ປະມຸກລັດສອງປະເທດຈັດການພົບປະອັນສຳຄັນຢູ່່ນະຄອນຊາມາຄານ ແລະ ໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນອັນໃໝ່, ໄດ້ຊີ້ິທິດໃຫ້ການຂະຫຍາຍການພົວພັນລະຫວ່າງສອງປະເທດ, ຈີນຍິນດີຮ່ວມກັບຣັດເຊຍ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດຢ່າງຮອບດ້ານ ແລະ ມີປະສິດທິພາບສູງ. ປັດຈຸບັນ, ສະພາບການແຜ່ລະບາດພະຍາດໂຄວິດ-19 ຍັງຂ້ຽວຂາດ, ສະຖານະການສາກົນປ່ຽນແປງໄປຢ່າງສັບສົນ. ໃນຖານະທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນ ແລະ ຣັດເຊຍຄວນເສີມຂະຫຍາຍບົດບາດຂອງຕົນ.

ສອງທ່ານຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາອູແກຣນ. ທ່ານວາງຢີ້ກ່າວເນັ້ນວ່າ: ຈີນຈະສືບຕໍ່ຮັກສາຫຼັກໝັ້ນພາວະວິໄສ ແລະ ທ່ຽງທຳ, ຊຸກຍູ້ໃຫ້ດຳເນີນການເຈລະຈາໂດຍສັນຕິ, ຫວັງວ່າຝ່າຍຕ່າງໆບໍ່ປະລະຄວາມພະຍາຍາມທີ່ຈະສົນທະນາກັນ, ຍຶດໝັ້ນແກ້ໄຂບັນຫາຄວາມໝັ້ນຄົງທີ່ມີຄວາມສົນໃຈນຳກັນໂດຍຜ່ານການເຈລະຈາໂດຍສັນຕິ. ທ່ານເຊີເກ ລາຟໂລຟໄດ້ບັນລະຍາຍຫຼັກໝັ້ນຂອງຣັດເຊຍໂດຍກ່າວເນັ້ນວ່າຄວາມໝັ້ນຄົງແມ່ນແບ່ງແຍກບໍ່ໄດ້, ຣັດເຊຍຍັງຍິນດີແກ້ໄຂບັນຫາໂດຍຜ່ານການສົນທະນາແລະ ເຈລະຈາກັນ.

Share this story on

Messenger Pinterest LinkedIn