ພາສາລາວ

ມີປະຊາຊົນ ສ.ເກົາຫຼີເກືອບ 3 ແສນຄົນຮ້ອງຮຽນໃຫ້ຍ້າຍທຳນຽບປະທານາທິບໍດີອອກຈາກຊົງວາເດ

cri2022-03-21 16:27:30
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມີນານີ້, ທ່ານຢູນເຊກຢຸນ ວ່າທີ່ປະທານາທິບໍດີ ສ.ເກົາຫຼີປະກາດວ່າ: ຈະຍ້າຍທຳນຽບປະທານາທິບໍດີຈາກຊົງວາເດໄປຕຶກກະຊວງປ້ອງກັນປະເທດ ທີ່ຕັ້ງຢູ່ເມືອງຢົງຊານນະຄອນຫຼວງເຊອຸນ.

ການກະທຳດັ່ງກ່າວຖືກປະຊາຊົນ ສ.ເກົາຫຼີຄັດຄ້ານ. ມາຮອດເວລາ 9 ໂມງຂອງວັນທີ 21 ມີນານີ້ຕາມເວລາປັກກິ່ງ, ມີປະຊາຊົນສ.ເກົາຫຼີ 290.000 ກວ່າຄົນໄດ້ຮ້ອງຮຽນຕໍ່ຊົງວາເດ ເພື່ອຢາກສະກັດກັ້ນການຍ້າຍທຳນຽບປະທານາທິບໍດີອອກຈາກຊົງວາເດ, ການຮ້ອງຮຽນເທື່ອນີ້ໄດ້ມີຈຳນວນຜູ້ເຂົ້າຮ່ວມບັນລຸມາດຕະຖານທີ່ພາກສ່ວນຄຸ້ມຄອງຕ້ອງໃຫ້ຄຳຕອບ.

ການປະຕິຮູບຊົງວາເດແມ່ນຄຳໝັ້ນສັນຍາຂອງທ່ານຢູນເຊກຢຸນໃນເວລາລົງສະໝັກຮັບເລືອກຕັ້ງ. ສະນັ້ນ, ຫຼັງຈາກໄດ້ຮັບຊະນະໃນການເລືອກຕັ້ງປະທານາທິບໍດີແລ້ວ, ທ່ານຢູນເຊກຢຸນກໍໄດ້ເລີ່ມການເລືອກສະຖານທີ່ຂອງທຳນຽບປະທານາທິບໍດີ. ແຕ່ວ່າ, ໂດຍໄດ້ພິຈາລະນາເຖິງການປ້ອງກັນຄວາມປອດໄພແລະຫຼຸດການລົບກວນຕໍ່ປະຊາຊົນ, ໃນທີ່ສຸດ, ໄດ້ເລືອກເອົາຕຶກກະຊວງປ້ອງກັນປະເທດເປັນທຳນຽບປະທານາທິບໍດີ. ນອກຈາກນີ້ແລ້ວ, ພຳນັກປະທານາທິບໍດີກໍໄດ້ຍ້າຍຈາກຊົງວາເດໄປຕັ້ງຢູ່ຮານນຳດົງທີ່ໃກ້ຄຽງກັບກະຊວງປ້ອງກັນປະເທດ.

Share this story on

Messenger Pinterest LinkedIn