ພາສາລາວ

ກຳມະບານອີຕາຣີປະທ້ວງການນຳໃຊ້ “ເຮືອບິນມະນຸດສະທຳ”ຂົນສົ່ງເຄື່ອງອາວຸດ

cri2022-03-21 11:21:06
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 19 ມີນານີ້, ສະຫະພັນກຳມະບານຂັ້ນຮາກຖານອີຕາຣີ ຫຼື USB ໄດ້ຈັດການເດີນຂະບວນປະທ້ວງຢູ່ສະໜາມບິນປີຊາຂອງອີຕາຣີ ເພື່ອປະທ້ວງເຫດການນຳໃຊ້ເຮືອບິນສຳລັບຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳນັ້ນ ຂົນສົ່ງເຄື່ອງອາວຸດໄປອູແກຣນ ທີ່ເກີດຂຶ້ນຢູ່ສະໜາມບິນແຫ່ງນີ້ໃນອາທິດຜ່ານມາ.

ຜູ້ຈັດຕັ້ງການເດີນຂະບວນປະທ້ວງດັ່ງກ່າວກ່າວວ່າ: ເຂົາເຈົ້າສົງໄສວ່າລັດຖະບານອີຕາຣີຢາກນຳໃຊ້ວິທີດັ່ງກ່າວເພື່ອແກ້ໄຂວິກິດການອູແກຣນ, ເຂົາເຈົ້າໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ທະຫານ ແລະຜູ້ຄຸ້ມຄອງສະໜາມບິນ ແຈ້ງໃຫ້ຮູ້ລາຍລະອຽດທັງໝົດກ່ຽວກັບການນຳໃຊ້ເຮືອບິນພົນລະເຮືອນເພື່ອຂົນສົ່ງອາວຸດຍຸດໂທປະກອນ ພ້ອມທັງແຈ້ງໃຫ້ຮູ້ຄວາມສ່ຽງຂອງພະນັກງານສະໜາມບິນ ກໍຄືຜູ້ໂດຍສານ.

ວັນທີ 12 ມີນານີ້, ກຳມະກອນຂົນເຄື່ອງຂອງສະໜາມບິນປີຊາໄດ້ພົບເຫັນລູກປືນ, ລະເບີດ ແລະອາວຸດອື່ນໆເປັນແກັດໆ ຢູ່ໃນເຮືອບິນສຳລັບການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ. ສະນັ້ນ, ກຳມະກອນຈຳນວນໜຶ່ງຈຶ່ງໄດ້ປະຕິເສດຂົນເຄື່ອງອາວຸດເຫຼົ່ານີ້.

Share this story on

Messenger Pinterest LinkedIn