ພາສາລາວ

ນາຍົກຍີ່ປຸ່ນປຸກປັ່ນການດັດແກ້ລັດຖະທຳມະນູນອີກຄັ້ງໃໝ່

cri2022-03-21 11:31:26
Share
Share this with Close
Messenger Pinterest LinkedIn

ໃນຫວ່າງມໍ່ໆມານີ້, ທ່ານ ຟູມິໂອ ກິຊິດະ, ນາຍົກລັດຖະມົນຕີ ທັງເປັນປະທານພັກເສລີປະຊາທິປະໄຕຍີ່ປຸ່ນກ່າວວ່າ: ຈະຕ້ອງບັນລຸເປົ້າໝາຍດັດແກ້ລັດຖະທຳມະນູນໂດຍໄວ ແລະຈັດກອງປ້ອງກັນຕົນເອງເຂົ້າໃນມາດຕາທີ 9 ຂອງລັດຖະທຳມະນູນ.”

ນັກວິເຄາະເຫັນວ່າ: ທ່ານ ຟູມິໂອ ກິຊິດະ ໄດ້ສວຍໃຊ້ສະຖານະການຣັດເຊຍ-ອູແກຣນ ປ່າວໂຄສະນາໄພຂົ່ມຂູ່ດ້ານຄວາມໝັ້ນຄົງ ເພື່ອຫາຊ່ອງທາງໃຫ້ກັບການດັດແກ້ລັດຖະທຳມະນູນ ໂດຍສະເພາະແມ່ນມາດຕາທີ 9 ຂອງລັດຖະທຳມະນູນ ເຊິ່ງໄດ້ລະເມີດຫາງສຽງທີ່ຮັກຫອມສັນຕິພາບຈາກປະຊາຄົມໂລກ ກໍຄືພາຍໃນປະເທດຍີ່ປຸ່ນ ແລະຈະສ້າງຜົນກະທົບດ້ານຄວາມໝັ້ນຄົງໃຫ້ກັບປະເທດໃກ້ຄຽງ. ປະຊາຄົມໂລກຄວນມີຄວາມລະມັດລະວັງໃນລະດັບສູງຕໍ່ການກະທຳທີ່ເປັນອັນຕະລາຍດັ່ງກ່າວ.

ປະຊາຄົມໂລກຫວັງວ່າ ຍີ່ປຸ່ນຈະຖອດຖອນບົດຮຽນດ້ານປະຫວັດສາດ, ຮັບຟັງຫາງສຽງປະຊາຊົນທີ່ຮັກຫອມສັນຕິພາບທັງພາຍໃນຍີ່ປຸ່ນ ແລະຕ່າງປະເທດ, ສືບຕໍ່ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັບປະເທດອ້ອມຂ້າງຢູ່ອາຊີ ກໍຄືປະຊາຄົມໂລກ ດ້ວຍການກະທໍາຕົວຈິງ.

Share this story on

Messenger Pinterest LinkedIn