ພາສາລາວ

ເຊື້ອກາຍພັນໂອມິຄຣອນ BA.2 ເຮັດໃຫ້ກໍລະນີຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາເພີ່ມຂຶ້ນ

cri2022-03-20 11:55:17
Share
Share this with Close
Messenger Pinterest LinkedIn

ອີງຕາມຂໍ້ມູນສະຖິຕິທີ່ເປີດເຜີຍໂດຍສູນປ້ອງກັນ ແລະຄວບຄຸມພະຍາດອາເມຣິກາໃນວັນທີ 18 ມີນານີ້: ກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ກ່ຽວພັນກັບເຊື້ອກາຍພັນໂອມິຄຣອນ BA.2 ຢູ່ອາເມຣິກາ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ອັດຕາການຕິດແປດເຊື້ອກາຍພັນດັ່ງກ່າວຢູ່ອາເມຣິກາ ໄດ້ເພີ່ມຂຶ້ນໜຶ່ງເທົ່າໃນອາທິດຜ່ານມາ. ໃນຂອບເຂດທົ່ວປະເທດອາເມຣິກາ, ກໍລະນີຕິດເຊື້ອກາຍພັນດັ່ງກ່າວໄດ້ກວມເອົາ 25% ຂອງກໍລະນີຕິດເຊື້ອພະຍາດໂຄວິດ-19 ທັງໝົດ.

ອົງການອະນາໄມໂລກເຄີຍໄດ້ຊີ້ອອກວ່າ: ຜົນການຄົ້ນຄວ້າໃນໄລຍະເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ: ເຊື້ອກາຍພັນໂອມິຄຣອນ BA.2 ສາມາດແຜ່ລະບາດງ່າຍກວ່າເຊື້ອໂຄວິດ-19 ສາຍພັນອື່ນ. ແຕ່ວ່າ, ດຣ. ອາຊີສ ຈາຮາ, ຜູ້ປະສານງານວຽກງານກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງທຳນຽບຂາວອາເມຣິກາທີ່ຈະຂຶ້ນດຳລົງຕຳແໜ່ງໃນໄວໆນີ້ກ່າວວ່າ: ເນື່ອງຈາກວ່າຊາວອາເມຣິກາສ່ວນຫຼາຍໄດ້ສັກວັກຊີນໂຄວິດ-19 ແລະສັກວັກຊີນເຂັມທີ 3 ແລ້ວ, ຄາດວ່າເຊື້ອກາຍພັນໂອມິຄຣອນ BA.2 ຈະບໍ່ສາມາດເຮັດໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ທົ່ວປະເທດອາເມຣິກາເພີ່ມຂຶ້ນຢ່າງຫຼວງຫຼາຍອີກຄັ້ງໃໝ່.

Share this story on

Messenger Pinterest LinkedIn